ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດຈີນຂະຫຍາຍໂຕ ຫຼາຍກວ່າ 10% ໃນປີກາຍ


ເສດຖະກິດ ທີ່ມີການຂະຫຍາຍໂຕຂອງຈີນ (19 ມັງກອນ 2010)
ເສດຖະກິດ ທີ່ມີການຂະຫຍາຍໂຕຂອງຈີນ (19 ມັງກອນ 2010)

ຈີນກ່າວວ່າ ເສດຖະກິດຂອງຕົນເຕີບໂຕຂຶ້ນ 10.3% ໃນ
ປີ 2010 ຜ່ານມາຊຶ່ງເຮັດໃຫ້ຖານະການເປັນປະເທດທີ່ມີ
ເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ ມີຄວາມເຂັ້ມ
ແຂງຕື່ມຂຶ້ນ.

ໂຕເລກ ທີ່ທາງພະແນກສະຖິຕິຂອງລັດຖະບານຈີນ ນຳ
ອອກມາເຜີຍແຜ່ໃນວັນພະຫັດມື້ນີ້ໃຫ້ການຢືນຢັນຕໍ່ລາຍ
ງານຂ່າວ ນຶ່ງມື້ກ່ອນໜ້ານີ້ ຂອງໂທລະພາບ Pheonix
ທີ່ມີສຳນັກງານຢູ່ຮົງກົງຊຶ່ງໄດ້ໃຊ້ຂໍ້ມູນຈາກແຫຼ່ງຂ່າວຄົນ
ນຶ່ງ ທີ່ບໍ່ໄດ້ລະບຸຊື່ ຢູ່ທະນາຄານກາງຂອງຈີນ.

ອັດຕາການເຕີບໂຕ 10.3% ຂອງຈີນໃນປີ 2010 ແມ່ນລື່ນອັດຕາ​ການ​ເຕີບ​ໂຕ 9.2% ໃນ
ປີກ່ອນ. ພະແນກສະຖິຕິ ກ່າວວ່າ ເສດຖະກິດຂອງຈີນຂະຫຍາຍໂຕ ໃນອັດຕາ 9.8% ໃນ
ໄຕຣມາດທີ 4 ຄື 3 ​ເດືອນ​ຫລັງຂອງປີ 2010 ໂດຍໄດ້ຮັບແຮງຂັບ​ດັນ ຈາກການເພີ່ມຂຶ້ນ
ເຖິງ 15.7% ຂອງຜະລິດຜົນອຸດສາຫະກຳ ແລະການໂດດຂຶ້ນ 18.4% ຂອງຍອດຂາຍ
ຍ່ອຍ. ການລົງທຶນໃນດ້ານໂຄງລ່າງພື້ນຖານ ກໍໄດ້ເພີ່ມຂຶ້ນ 24.5% ໃນປີ 2010.

ອັດຕາເງິນເຟີ້ແມ່ນຢູ່ໃນລະດັບ 4.6% ​ໃນເດືອນທັນວາຜ່ານມາແລະ 3.3% ສຳລັບໝົດທັງ
ປີຄືສູງກວ່າຂີດໝາຍທີ່ລັດຖະບານໄດ້ຕັ້ງໄວ້ 3% ນັ້ນໜ້ອຍນຶ່ງ.

XS
SM
MD
LG