ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາກສ່ວນ ການຜະລິດ ຂອງຈີນ ຊັກຊ້າລົງ ໃນເດືອນນີ້


ພວກຄົນງານຈີນ ພວມເຮັດວຽກກໍ່ສ້າງຢູ່ທີ່ນະຄອນຫຼວງປັກກິ່ງ (30 ທັນວາ 2011)
ພວກຄົນງານຈີນ ພວມເຮັດວຽກກໍ່ສ້າງຢູ່ທີ່ນະຄອນຫຼວງປັກກິ່ງ (30 ທັນວາ 2011)

ການ​ສຳ​ຫຼວດທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ສຸກ​ມື້ນີ້ສະ​ແດງ​ໃຫ້​ເຫັນ​ວ່າ​ພາກສ່ວນ​ການຜະ​ລິດ​ຂອງ
ຈີນ​ໄດ້​ຊັກ​ຊ້າ​ລົງ ​ໃນ​ເດືອນ​ທັນວາເປັນ​ເດືອນ​ທີ​ສອງ ຍ້ອນ​ຄວາມ​ຕ້ອງການ​ສິນຄ້າ​ຂອງ​ໂລກ
ຫຼຸດລົງພ້ອມໆ​ກັບ​ທີ່​ໄດ້​ເກີດບັນຫາ​ທາງ​ດ້ານ​ການ​ເງິນ​ໃນ​ສະຫະລັດ ແລະ​ໃນ​ຢູ​ໂຣບ.

ດັດຊະນີ​ຜູ້​ບໍລິຫານ​ດ້ານການ​ຊື້ HSBC ລ່າ​ສຸດທີ່​ແນ​ໃສ່​ເພື່ອແຈ້ງ​ລ່ວງ​ໜ້າ​ກ່ຽວ​ກັບ​ສະພາບ
ອຸສາ​ຫະກຳ​ຂອງ​ຈີນ ​ກ່ອນ​ການ​ພິມ​ເຜີຍ​ແຜ່​ຂໍ້​ມູນ​ຢ່າງ​ເປັນທາງ​ການແມ່ນຢູ່​ໃນ​ລະດັບ 48.7
ໃນ​ເດືອນ​ທັນວາຈາກ​ລະດັບ​ຕໍ່າ​ຂອງ​ໄລຍະ 32 ​ເດືອນ 47.7 ​ໃນ​ເດືອນ​ພະຈິກ.

ໂຕ​ເລກ​ທີ່​ກາຍ 50 ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ ​ຂະຫຍາຍ​ໂຕຂະນະ​ທີ່​ໂຕ​ເລກ​ຕໍ່າ​ກວ່າ
50 ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການຫຼຸດຖອຍ.

ທ່ານ Qu Hongbin ຫົວໜ້າ​ນັກ​ເສດຖະສາດ​ຂອງ HSBC ກ່າວ​ວ່າ ລະດັບຂອງ​ການ​ຊັກ​
ຊ້າ​ລົງ​ແມ່ນ​ມີ​ຄວາມ​ທຸ່ນ​ທ່ຽງ​ແລ້ວ ​ແຕ່​ທ່ານ​ກໍ​ກ່າວ​ຕື່ມ​ວ່າ ຄວາມຕ້ອງການ​ພາຍ​ນອກ​ທີ່​ອ່ອນ
ແອລົງພວມ​ເລີ່​ມມີ​ຜົນ​ກະທົບ​ຕໍ່​ເສດຖະກິດ​ພາຍ​ໃນປະ​ເທດ​ແລ້ວ.

ທ່ານ Qu ກ່າວ​ຕື່ມ​ວ່າຈີນ​ສາມາດ​ທີ່​ຈະ​ຫຼີກລ້ຽງ​ສະພາບ​ເສດຖະກິດ​ຊັກ​ຊ້າ​ລົງກວ່າ​ນີ້​ໄດ້​ຕາບ
ໃດ​ທີ່​ມີ​ການ​ດຳ​ເນີນ​ນະ​ໂຍບາຍ​ເອົາ​ມາ​ຕະການ​ຫຼຸດຜ່ອນ​ທີ່ມີ​ການ​ກັ່ນ​ກອງ​ໃນ​ໄລຍະ​ສອງ​ສາມ
ເດືອນ​ນີ້.

XS
SM
MD
LG