ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທະນາຄານກາງຈີນ ຂຶ້ນອັດຕາດອກເບ້ຍ


ທະນາຄານກາງຂອງຈີນ
ທະນາຄານກາງຂອງຈີນ

ທະນາຄານກາງຂອງຈີນໄດ້ຂຶ້ນອັດຕາດອກເບ້ຍ .25% ໃນວັນເສົາມື້ນີ້ຊຶ່ງເປັນການຂຶ້ນອັດ
ຕາດອກເບ້ຍເທື່ອທີ 2 ພາຍໃນໄລຍະ 3 ເດືອນໃນຄວາມພະຍາຍາມເພື່ອຢາກໃຫ້ມີການກູ້
ຢືມເງິນໜ້ອຍລົງ ແລະຄວບຄຸມເງິນເຟີ້.

ທະນາຄານປະຊາຊົນຂອງຈີນ ກ່າວໃນຖະແຫຼງຂ່າວສະບັບນຶ່ງວ່າ ຕົນຈະຂຶ້ນດອກເບ້ຍຕື່ມ
ອີກ .25% ສຳລັບທັງການກູ້ຢືມ ແລະການຝາກເງິນໃນໄລຍະນຶ່ງປີ. ການເຄື່ອນໄຫວທີ່ວ່າ
ນີ້ເຮັດໃຫ້ການກູ້ຢືມໃນໄລຍະນຶ່ງປີມີດອກເບ້ຍເພີ່ມຂຶ້ນເປັນ 5.81% ຂະນະທີ່ອາດຕາດອກ
ເບ້ຍສຳລັບການຝາກເງິນ ກໍຈະເພີ່ມຂຶ້ນເປັນ 2.75%.

ທະນາຄານກາງຂອງຈີນໄດ້ຂຶ້ນອັດຕາດອກເບ້ຍເທື່ອທຳອິດໃນຮອບເກືອບສາມປີໃນເດືອນ
ຕຸລາຜ່ານມາ. ແຈ້ງການໃນວັນເສົາມື້ນີ້ຍັງເວົ້າວ່າ ການຂຶ້ນອັດຕາດອກເບ້ຍໃໝ່ ຈະເລີ້ມມີ ຜົນບັງຄັບໃນວັນອາທິດມື້ອື່ນນີ້.

XS
SM
MD
LG