ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດຈີນ ຍັງສືບຕໍ່ຂະຫຍາຍໂຕ


ລູກຄ້າ ພວມເລາະຊື້ເຄື່ອງທີ່ກຸງປັກກິ່ງ (15 ເມສາ 2011)
ລູກຄ້າ ພວມເລາະຊື້ເຄື່ອງທີ່ກຸງປັກກິ່ງ (15 ເມສາ 2011)

ເຈົ້າໜ້າທີ່ຈີນ ກ່າວໃນວັນສຸກມື້ນີ້ວ່າ ເສດຖະກິດໄດ້ເຕີບໂຕ
ຢ່າງແຂງແຮງ ແຕ່ກໍຊ້າລົງໜ້ອຍນຶ່ງໃນໄຕມາດທຳອິດ
ຂອງ ປີ 2011 ຂະນະທີ່ອັດຕາເງິນເຟີ້ໄດ້ສູງຂຶ້ນທັງໆທີ່ໄດ້
ມີການດຳເນີນຄວາມພະຍາຍາມເພື່ອເຮັດໃຫ້ຄ່າຄອງຊີບ
ຕໍ່າລົງ.

ສຳນັກງານສະຖິຕິແຫ່ງຊາດຂອງຈີນ ລາຍງານວ່າ ຍອດ
ຜະລິດຮວມພາຍໃນຫຼື GDP ໄດ້ຂະຫຍາຍໂຕ 9.7%
ໃນໄລຍະ 3 ເດືອນທຳອິດຂອງປີນີ້ ຫຼຸດອັດຕາການຂະ
ຫຍາຍໂຕ 9.8% ໃນໄຕມາດສຸດທ້າຍຂອງປີ 2010
ໜ້ອຍນຶ່ງ.

ແຕ່ແນວໃດກໍຕາມ ລາຄາສິນຄ້າ ໄດ້ສູງຂຶ້ນ 5.4% ລື່ນປີ
ກາຍຍ້ອນໄດ້ຮັບແຮງກົດດັນຈາກການເພີ່ມຂຶ້ນຂອງລາຄາ
ອາຫານ 11.7% ຊຶ່ງໄດ້ຖີບໂຕຂຶ້ນທັງໆທີ່ເຈົ້າໜ້າທີ່ໄດ້ຂຶ້ນ ອັດຕາດອກເບ້ຍ 4 ເທື່ອແລ້ວ ນັບແຕ່ເດືອນຕຸລາ ເປັນຕົ້ນມາ
ໃນຄວາມພະຍາຍາມເພື່ອເຮັດໃຫ້ລາຄາສິນຄ້າຖືກລົງ.

XS
SM
MD
LG