ຈີນ ກ່າວໃນວັນສຸກນີ້ວ່າ ເສດຖະກິດຂອງຕົນໄດ້ຂະຫຍາຍໂຕຊ້າລົງ ສູ່ອັດຕາທີ່ຊ້າທີ່ສຸດ
ໃນຮອບສາມປີທີ່ຜ່ານມາ.
ຫ້ອງການສະຖິຕິແຫ່ງຊາດຂອງຈີນ ກ່າວວ່າ ຍອດຜະລິດຮວມພາຍໃນ ຫຼື GDP ສູງຂື້ນ
ເຖິງ 8.1 ເປີເຊັນປີຕໍ່ປີ ໃນໄຕຼມາດທຳອິດຂອງປີນີ້ ປຽບທຽບໃສ່ 8.9 ເປີເຊັນ ຂອງການ
ຂະຫຍາຍປີຕໍ່ປີໃນໄຕຼມາດທີ່ແລ້ວຂອງປີ 2011. ມັນເປັນອັດຕາການເຕີບໂຕທີ່ຕໍ່າສຸດຂອງ
ໄຕຼມາດ ນັບຕັ້ງແຕ່ໄຕຼມາດທີ່ສອງຂອງປີ 2009 ເປັນຕົ້ນມາ.
ພວກນັກວິເຄາະກ່າວວ່າ ຄວາມຕ້ອງການສິນຄ້າຂາອອກຂອງຈີນ ຢູ່ໃນທົ່ວໂລກອາດຈະຍັງ
ມີການຊັກຊ້າຢູ່ ຊຶ່ງສ່ວນໃຫຍ່ຂອງເຂດທີ່ໃຊ້ເງິນຢູໂຣ ກໍມີການເບິ່ງກັນວ່າຕົກຢູ່ໃນສະພາບ
ເສດຖະກິດຫຼຸດຖອຍແລະຍັງມີຄວາມເປັນຫ່ວງກ່ຽວກັບຄວາມແຂງແຮງໃນການຟື້ນໂຕກັບຄືນ
ມາຂອງເສດຖະກິດສະຫະລັດ.