ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດຈີນເຕີບໂຕຊ້າລົງ ແຕ່ກໍຍັງແຂງແຮງຢູ່


ນັກລົງທຶນຍ່າງກາຍຕະຫລາດຮຸ້ນໃນເມືອງຊຽງໄຮ້ ຂອງຈີນ ວັນທີ 21 ຕຸລາ 2010
ນັກລົງທຶນຍ່າງກາຍຕະຫລາດຮຸ້ນໃນເມືອງຊຽງໄຮ້ ຂອງຈີນ ວັນທີ 21 ຕຸລາ 2010

ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຈີນ​​ຍັງຢູ່​ໃນ​ສະພາບ​ແຂງ​ແຮງ​ຢູ່​ຕໍ່​ມາ​ໃນ ​ໄຕ​ມາດ​ທີ​ສາມ ​ເຖິງ​ແມ່ນ​ໄດ້ຊ້າ​ລົງ​ກ່ວາຕົ້ນ​ປີນີ້​ກໍ​ຕາມ ​ແລະ ຄວາມ​ເປັນ​ຫ່ວງ​ກັງວົນ​ຕົ້ນຕໍ​ຂອງ​ລັດຖະບານ​ ກໍ​ຄືອັດຕາເງິນ​ເຟີ້ນັ້ນ ​ໄດ້​ຖີບ​ສູງ​ຂຶ້ນພຽງ​ເລັກ​ນ້ອຍ​​ເທົ່າ​ນັ້ນ ຊຶ່ງ​​ແນະໃຫ້​ຮູ້​ວ່າ ເສດຖະກິດ​ຂອງຈີນ ​ບໍ່​ໄດ້​ເລີ້ມ​ເຕີບ​ໂຕ​ໄວ​ເກີນ​ໄປ.

ການ​ເຕີບ​ໂຕ​ຂອງ​ເສດຖະກິດຈີນ ​ນັບ​ແຕ່​ເດືອນ​ກໍລະກົດ​ຫາ​ເດືອນ​ກັນຍາ​ຜ່ານ​ມາ ​ໄດ້​ລົດ​ລົງ​ມາ​ຢູ່​ໃນ​ອັດຕາ 9.6 ​ເປີ​ເຊັນ​ ຈາກ 10.3 ເປີ​ເຊັນ​ ໃນໄຕ​ມາດ​ທີ​ສອງ.

ທ່ານ Sheng Laiyun ​ໂຄສົກ​ປະ​ຈໍາ​ກົມ​ສະຖິຕິ​ແຫ່ງ​ຊາດ​ຂອງ​ຈີນກ່າວ​ຊີ້​ແຈງ​ວ່າ :
.
"​ໂຕ​ເລກ​ສະ​ແດງ​ໃຫ້​ເຫັນ​ການ​ຂະຫຍາຍ​ໂຕ​ຂຶ້ນ​ໃນ
ອັດຕາ 10.6 ​ເປີ​ເຊັນ ຈາກ​ປີນຶ່ງ​ຫາ​ປີ​ນຶ່ງ ຊຶ່ງ​ແມ່ນ
ສູງ​ກວ່າ​ໃນຊ່ວງ​ດຽວ​ກັນ​ຂອງປີ​ແລ້ວ​ນີ້​ 2 ​ເປີ​ເຊັນ
ເຄິ່ງ​."

ໂຕ​ເລກ​ທີ່​ວ່າ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເສດຖະກິດ​ຂອງ​
ຈີນ​ຍັງ​ຄົງ​ແຂງ​ແຮງ​ ​ແລະ​ຍັງ​ໄກ​ຈາກ​ສະພາວະ​ທີ່​ມີການເຕີບ​
ໂຕ​ຂຶ້ນ​ໄວ​ເກີນໄປນັ້ນ​ຢູ່ ເຖິງ​ແມ່ນພວກ​ນັກ​ເສດຖະສາດ
ຫລາຍໆ​ຄົນມີ​ຄວາມ​ຢ້ານ​ກົວກັນ​ກໍ​ຕາມ.

ດັດ​ຊະ​ນິລາ​ຄາເຄື່ອງ​ບໍລິ​ໂພ​ກອຸບປະ​ໂພ​ກ​ຖີບຂຶ້ນ 3.6 ​ເປີ​ເຊັນ​ໃນ​ເດືອນ​ກັນຍາ​ຜ່ານ​ມາ
ເພີ່ມ​ຂຶ້ນ​ນ້ອຍນຶ່ງ​ຈາກ​ອັດຕາ 3.5 ​ເປີ​ເຊັນຂອງ​ເດືອນ​ສິງຫາ​ຜ່ານ​ມາ ​ແຕ່​ກໍ​ຍັງ​ຄົງ​ສູງ​
ເກີນ​ເປົ້າ​ໝາຍ​ 3 ​ເປີ​ເຊັນ​ ທີ່​ຕັ້ງ​ໄວ້​ສໍາລັບປີ​ນີ້ນັ້ນຢູ່.

ໃນ​ວັນ​ອັງຄານ​ອາທິດ​ແລ້ວ​ນີ້ ທະນາຄານ​ກາງຂອງ​ຈີນ ​ໄດ້​ຂຶ້ນ​ອັດຕາ​ດອກ​ເບ້ຍເງິນ​ກູ້
ອັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່ພວກ​ນັກ​ເສດຖະສາດຫລາຍ​ຄົນກ່າວ​ວ່າ ​ມີເປົ້າ​ໝາຍ​ເພື່ອ
ເຮັດ​ໃຫ້ເສດຖະກິດເຕີບ​ໂຕ​ຊ້າລົງ​ແລະ​ເພື່ອ​ຄວບ​ຄຸມ​ບັນຫາ​ເງິນ​ເຟີ້.

ການ​ເສດຖະກິດ​ຂອງ​ຈີນ​ໄດ້​ເຕີບ​ໂຕ​ຂຶ້ນ​ສູງ​ສຸດ​ໃນ​ໄຕ​ມາດ​ທໍາ​ອິດ​ຂອງ​ປີ​ນີ້ ​ເວລາ​ມັນ​
ຂະຫຍາຍ​ໂຕ​ຂຶ້ນ​ໃນ​ອັດຕາ 11.9 ​ເປີ​ເຊັນ​ຕໍ່​ປີ​ນັ້ນ.ທ່ານ​ນາງ Jinny Yan ນັກ​ເສດ
ຖະສາດ​ປະ​ຈໍາ​ທະນາຄານ Standard Chartered Bank ກ່າວ​ວ່າ ທ່ານນາງມີ
ຄວາມ​ດີ​ໃຈ​ທີ່ເຫັນ​ການ​ເສດຖະກິດ​ຂອງ​ຈີນ​ບໍ່​ເຕີບ​ໂຕ​ຂຶ້ນ​ໄວ​ເກີນ​ໄປຊຶ່ງ​ທ່ານ​ນາງ
ຊີ້​ແຈງ​ວ່າ:

"ການ​ເຕີບ​ໂຕ 9.6 ​ເປີ​ເຊັນ ຕາມ​ທັດສະນະ​ຂອງ​ເຮົາ ​ກໍ​ແມ່ນ​ວ່າເປັນ​ການ​ເຕີບ​
ໂຕ​ທີ່​ຍືນ​ຍົງຫລາຍ​ກ່ວາ ​ແລະ​ພວກ​ເຮົາ​ຄຶດ​ວ່າ ​ເປັນ​ການ​ເຕີບ​ໂຕ​ທີ່​ໝັ້ນຄົງ ເມື່ອ​
ສົມ​ທຽບ​ໃສ່​ກັບ​ການ​ເຕີບ​ໂຕ​ໃນ​ໄຕ​ມາດ​ທໍາ​ອິດ​ຂອງ​ປີ​ນີ້. ອັນ​ນີ້ ໝາຍ​ຄວາມ​ວ່າ
ເວລານີ້ ​ເສດຖະກິດຢູ່​ໃນ​ສະພາບ​ທຸ່ນ​ທ່ຽງ​ແລ້ວ ​ ​ຄື​ໄດ້​ຟື້ນ​ໂຕ​ຄືນມາ​ແລ້ວ. ບັນ
ຫາ​ບັດ​ນີ້ ກໍແມ່ນ ​ຈົດ​ຈໍ່​ໃສ່​ເລື້ອງ​ການ​ສ່ຽງ​ອື່ນໆ​ຫລາຍ​ກວ່າ ດັ່ງ​ໂຕ​ຢ່າງ​ເລື້​ອງ​
ເງິນ​ເຟີ້ ຫລືລາຄາ​ຊັບ​ສິນ​ເຟີ້​ ໃນ​ການ​ເສດຖະກິດ​ ດັ່ງ​ນີ້​ເປັນ​ຕົ້ນ."


ການ​ຂຶ້ນອັດຕາ​ດອກ​ເບ້ຍ​ ​ແລະ​ການ​ເຕີບ​ໂຕ​ຊ້າ​ລົງ​ຂອງ​ເສດຖະ ກິດ​ ອາດ​ຈະ​ຜ່ອນຄາຍ​ຄວາມ​ກົດ​ດັນລົງຈາກ​ຕ່າງປະ​ເທດ ທີ່​ຢາກໃຫ້​ຈີນ​ປ່ອຍໃຫ້​ຄ່າ​ເງິນຕາ​ຂອງ​ຕົນ​ແຂງ​ຄ່າ​ຂຶ້ນ​ນັ້ນ.

ຫລາຍ​ປະ​ເທດ ຮວມທັງ​ສະຫະລັດ​ນໍາ ພາກັນ​ຈົ່ມ​ວ່າ ຈີນໄດ້​ຮັກສາ​ຄ່າເງິນ​ຢວນຂອງ​ຕົນ
ໃຫ້ຢູ່​ໃນ​ລະດັບ​ຕໍ່າ​ຢ່າງ​ບໍ່​ຍຸຕິ​ທໍາ​ ​ເພື່ອ​ໃຫ້​ສິນຄ້າ​ສົ່ງ​ອອກ​ຂອງ​ຈີນ​ໄດ້​ປຽບ​ຢູ່​ໃນຕະຫລາດ
ຕ່າງປະ​ເທດ​. ຈີນ​ກ່າວວ່າ ຕົນ​ຈະຮັບ​ເອົານະ​ໂຍບາຍ​ອັດຕາ​ການ​ແລກປ່ຽນ​ເງິນຕາ​ທີ່ປັບ​
ປ່ຽນ​ໄດ້ນັ້ນ​ເທື່ອ​ລະ​ກ້າວໄປ ເພື່ອ​ຮັກສາ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຂອງ​ຕົນ.

ແຕ່​ເງິນ​ຢວນ​ໄດ້​ແຂງ​ຄ່າ​ຂຶ້ນ​ພຽງ​ແຕ່​ປະມານ 2 ເປີ​ເຊັນເຄິ່ງ ເທົ່າ​ນັ້ນ​ ໃນໄລຍະ​ບໍ່​ເທົ່າ​ໃດ
ເດືອນ​ຜ່ານ​ມາ​ນີ້. ພວກ​ນັກ​ເສດຖະສາດແລະ​ພວກນັກວິ​ເຄາະ​ນະ​ໂຍບາຍ​ລະຫວ່າງຊາດ
ຫລາຍໆຄົນ​ໄດ້​ກ່າວວ່າ ​ພວກ​ເຂົາ​ເຈົ້າ​ຄາດ​ວ່າ ຈີນ​ຈະ​ປະ​ເຊີນ​ກັບ​ຄໍາຮຽກຮ້ອງ​ໃໝ່​ອີກ
ກ່ຽວ​ກັບ​ເງິນ​ຢວນຂອງ​ຕົນ ​ເວລາ​ພວກ​ຜູ້​ນໍາ​ຂອງ​ກຸ່ມ20 ປະ​ເທດຊັ້ນ​ນໍາ​ໃນ​ດ້ານ​ເສດຖະ
ກິດ ​ຫລື G-20 ປະຊຸມກັນ​ໃນ​ເດືອນໜ້າ​ນີ້ ທີ່​ເກົາຫລີ​ໃຕ້.

XS
SM
MD
LG