ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ນາ​ຄານ​ກາງຂອງ​ຈີນ ຈະຫຼຸດ ອັດຕາ​ສັດສ່ວນ​ ເງິນທຶນ​ສໍາຮອງລົງ ເພື່ອ​ຊຸກຍູ້ເສດຖະກິດ


ທະນະບັດຂອງຈີນ
ທະນະບັດຂອງຈີນ

ທະ​ນາ​ຄານ​ກາງຂອງ​ຈີນ ກ່າວ​ວ່າ ຕົນ​ກໍາລັງພິຈາລະນາຈະ​ເອົາບາດກ້າວ​ຕ່າງ​ໆເພື່ອ​ລຸດຜ່ອນ​ການ​ຄວບ​ຄຸມ​ສິນ​ເຊື່​ອນັ້ນ ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກທີ່​ຈີນໄດ້ປະ​ກາດ​ຂ່າວການ​ຂາດ​ດຸນ​ການຄ້າທີ່​ໃຫຍ່​ສຸດ​ຂອງ​ຕົນໃນຮອບ​ຫຼາຍ​ກ່ວາ​ນຶ່ງ​ທົດ​ສະຫວັດ.

ຜູ້​ວ່າການທະນາຄານ​ປະຊາຊົນ ທ່ານ Zhou Xiaochuan ​ກ່າວ​ວ່າ ທາງ​ທະນາຄານ​ຍັງ​ຈະ​ຕ້ອງ ຊັ່ງ​ຊາຕີ​ລາ​ຕາ​ເບີ່​ງ​ຄວາມເສຍປຽບແລະ​ໄດ້​ປຽບຂອງ​ການ​ລຸດຈໍ​ານວນ​ເງິນທີ່ ​ທະນາຄານພານິດ​ທັງຫລາຍ​ ​ຖືກບັງຄັບ​ໃຫ້​ມີ​ໄວ້ເປັນ​ທືນ​ ສໍາຮອງນັ້ນ. ທ່ານກ່າວຕື່ມ​ວ່າ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເພີ່ມ​ຂຶ້ນຫຼາຍ​ຄັ້ງ​ໃນ​ປີ​ທີ່​ຜ່ານ​ມາ​ນັ້ນ ອັດຕາສັດສ່ວນ​ຂອງທຶນ​ສໍາຮອງນັ້ນ​ ແມ່ນ​ສູງ​ເປັນ​ປະຫວັດ​ການ.

ການຫຼຸດອັດຕາ​ສັດສ່ວນ​ທຶນ​ສໍາຮອງລົງ​ ແມ່ນຈະ​ອໍານວຍ​ໃຫ້ບັນດາທະນາຄານ ​ພານິດສາມາດ​ປ່ອຍ​ເງິນ​ກູ້ໃຫ້​ຄົນ​ກູ້​ຢືມ​ໄດ້ຫລາຍ​ຂຶ້ນ ເພື່ອ​ກະຕຸກ​ຊຸກຍູ້ເສດຖະກິດ.



XS
SM
MD
LG