ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນໃຫ້ຄວາມໝັ້ນ​ໃຈ​ແກ່ປະຊາຊົນ​ ວ່າຈະສາມາດຄວບຄຸມ ສະພາວະເງິນເຟີ້ໄດ້


ຍິງແລະຊາຍຄູ່ນີ້ ນັ່ງເຊົາພັກ ຢູ່ຕໍ່ໜ້າທະນາຄານແຫ່ງຊາດຈີນ.
ຍິງແລະຊາຍຄູ່ນີ້ ນັ່ງເຊົາພັກ ຢູ່ຕໍ່ໜ້າທະນາຄານແຫ່ງຊາດຈີນ.

ທ່ານເຫວິນ ເຈຍບາວ ນາຍົກລັດຖະມົນຕີຈີນ ​ໄດ້​ໃຫ້​ຄວາມໝັ້ນ​ໃຈ​ແກ່ປະຊາຊົນ​ຈີນຄືນໃໝ່
ວ່າ ລັດຖະບານຈະສາມາດຄວບຄຸມສະພາວະເງິນເຟີ້ໄດ້ໃນວັນອາທິດມື້ນີ້ ນຶ່ງ​ມື້​ຫລັງ​ຈາກ​ທີ່​
ທະນາຄານ​ແຫ່ງ​ຊາດ​ຈີນ​ໄດ້​ຂຶ້ນ​ອັດຕາ​ດອກ​ເບ້ຍ.

ນາຍົກລັດຖະມົນຕີ ເຫວິນ ເຈຍບາວ ກ່າວອອກ​ທາງສະຖານີວິທະຍຸແຫ່ງຊາດຂອງຈີນວ່າ
ໃນຖານະຜູ້ນໍາຄົນສຳຄັນຂອງລັດຖະບານຈີນ ທ່ານມີຄວາມຮັບຜິດຊອບແລະຄວາມໝັ້ນໃຈ
ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ສາມາດຄວບຄຸມລາຄາສິນຄ້າໄວ້ໄດ້ໃນລະດັບທີ່ສົມເຫດສົມຜົນ.

ທະນາຄານປະຊາຊົນຈີນ ຫລື the People’s Bank of China ກໍ​ຄື​ທະນາຄານ​ແຫ່ງ
ຊາດ​ຈີນ​ນັ້ນ ໄດ້ຂື້ນອັດຕາດອກເບ້ຍສໍາຄັນ​ໆ ນຶ່ງສ່ວນສີ່ຂອງ​ນຶ່ງເປີເຊັນເມື່ອວັນເສົາວານ
ນີ້ ໃນຄວາມພະຍາຍາມ​ເພື່ອຈະຕັດການກູ້ຢືມລົງ ແລະຄວບຄຸມເງິນເຟີ້. ຄັ້ງນີ້ນັບວ່າເປັນ
ຄັ້ງທີ່ສອງໃນ​ໄລຍະ​ຫລາຍ​ເດືອນຜ່ານ​ມາ ທີ່ທາງທະນາຄານກາງໄດ້ຂື້ນດອກເບ້ຍ.

ທະນາຄານກາງກ່າວ​ໃນ​ມື້ວານ​ນີ້ວ່າ ຕົນຈະຂຶ້ນ​ອັດຕາ​ດ​ອກ​ເບ້ຍສໍາລັບ​ເງິນກູ້ໄລຍະສັ້ນນຶ່ງ
ປີ ແລະອັດຕາດອກເບ້ຍເງິນຝາກ ນຶ່ງສ່ວນສີ່ຂອງ​ນຶ່ງເປີເຊັນ ເປັນ 5.81 ເປີເຊັນ ສໍາລັບ
ເງິນກູ້ຢືມນຶ່ງປີ ​ແລະເປັນ 2.75 ເປີເຊັນ ສໍາລັບເງິນຝາກ.

XS
SM
MD
LG