ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ບັນດານັກເສດຖະສາດເຕືອນວ່າ ຈີນຈະປ່ອຍເງິນກູ້ ໜ້ອຍລົງ ໃນປີນີ້


ໂຮງງານແຫ່ງນຶ່ງໃນຈີນ
ໂຮງງານແຫ່ງນຶ່ງໃນຈີນ

ໃນຂະນະທີ່ຈີນກໍາລັງຕໍ່ສູ້ກັບການຖີບຕົວສູງຂຶ້ນຂອງລາຄາສິນຄ້ານັ້ນ ນັກເສດຖະສາດ ຫລາຍຄົນໄດ້ເຕືອນຕໍ່ການຮັດເຄັ່ງການໃຫ້ສິນເຊື່ອ ເພື່ອຈໍາກັດປະລິມານເງິນທີ່ນໍາອອກ ໝຸນໃຊ້ໃນເສດຖະກິດ ເພື່ອຄວບຄຸມເງິນເຟີ້ນັ້ນ. ຜູ້ສື່ຂ່າວວີໂອເອ ນາງ Heda Bayron ລາຍງານມາຈາກ Hong Kong ວ່າ ໃນປີກາຍນີ້ ບັນດາທະນາຄານຂອງຈີນໄດ້ປ່ອຍເງິນ ກູ້ອອກຫລາຍ ເກີນຈໍານວນປະຈໍາປີທີ່ທາງການໄດ້ຕັ້ງເປົ້າໜາຍໄວ້ ເຖິງແມ່ນໄດ້ພະຍາຍາມ ຕັດການປ່ອຍເງິນກູ້ອອກໃໝ່ລົງກໍຕາມ. ວັນນະສອນມີລາຍລະອຽດ ມາສະເໜີທ່ານໃນ ອັນດັບຕໍ່ໄປ.

ຕາມ​ປົກກະຕິ​ແລ້ວ ທະນາຄານ​ຈີນ​ແມ່ນ​ຈະ​ອອກ​ເງິນ​ກູ້​ຢືມ​
ປະມານ 1/3 ​ໃນຊ່ວງ 3 ເດືອນທຳອິດຂອງແຕ່ລະ​ປີ.
ພວກນັກວິເຄາະກ່ຽວກັບທະນາຄານກ່າວວ່າ ມີຮ່ອງຮອຍ
ທີ່ສະແດງໃຫ້ເຫັນວ່າການກູ້ຢືມນັ້ນຍັງດຳເນີນກັນຢ່າງຄຶກ
ຄັກຢູ່ຕໍ່ມາ ເຖິງແມ່ນໄດ້ມີການດຳເນີນຄວາມພະຍາຍາມ
ໂດຍເຈົ້າໜ້າທີ່ຈີນເພື່ອຄວບຄຸມເງິນເຟີ້ ໂດຍການຈຳກັດ
ປະລິມານເງິນໝູນວຽນຢູ່ໃນລະບົບການເງິນນັ້ນ.

ໃນປີກາຍນີ້ທະນາຄານໄດ້ປ່ອຍເງິນກູ້ຈໍານວນ 7 ພັນ
950 ຕື້ຢວນ ຫຼື 1 ພັນ 2 ຮ້ອຍລ້ານໂດລ່າ ກາຍເປົ້າ
ໝາຍ 7 ພັນ 500 ຕື້ຢວນ ທີ່ລັດຖະບານໄດ້ຕັ້ງໄວ້ນັ້ນ.

ທະນາຄານຕ່າງໆຂອງຈີນໄດ້ໃຫ້ເງິນກູ້ຢືມເປັນຈຳນວນ
ມະຫາສານນັບແຕ່ປີ 2009 ເປັນຕົ້ນມາ ເລີ້ມຈາກການ
ຈັດຕັ້ງປະຕິບັດແຜນການກະຕຸກຊຸກຍູ້ເສດຖະກິດຂະ
ໜາດໃຫຍ່ ເພື່ອຊ່ອຍຮັບມືກັບຜົນກະທົບຈາກວິກິດການ ເສດຖະກິດໂລກນັ້ນ.

ນະຄອນຊຽງໄຮ້
ນະຄອນຊຽງໄຮ້

ທ່ານ Andy Rothman ຊຶ່ງ
ເປັນນັກຍຸດທະສາດກ່ຽວກັບຈີນ
ປະຈໍາທະນາຄານການລົງທຶນ
CLSA ທີ່ສາຂານະຄອນຊຽງ
ໄຮ້ ກ່າວວ່າ ພວກເຈົ້າໜ້າທີ່
ຈີນຈະຫຼຸດການໃຫ້ກູ້ຢືມໃຫ້
ໜ້ອຍລົງໃນປີນີ້ ຄືໃຫ້ຢູ່ໃນປະ
ມານ ລະດັບດຽວກັນກ່ອນໄລ
ຍະການນຳໃຊ້ແຜນການກະ
ຕຸກຊຸກຍູ້ເສດຖະກິດ ຊຶ່ງທ່ານ Rothman ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ສິ່ງທີ່
ພວກເຮົາຈະໄດ້ເຫັນ ທີ່ຂ້າ
ພະເຈົ້າພໍຈະອະທິບາຍໄດ້
ນັ້ນ ແມ່ນນະໂຍບາຍການເງິນແບບຜ່ອນຜັນພໍ​ປານ​ກາງໃນປີນີ້ ຊຶ່ງແທ້ໆແລ້ວ ມັນ
ໝາຍເຖິງການ​ສືບ​ຕໍ່​ກັບ​ຄືນ​ໄປ​ຫາສະພາບ​ການປົກກະຕິ ຄືນໄປສູ່ອັດຕາການເຕີບ
ໂຕສໍາລັບຄວາມຄ່ອງຕົວຂອງສິນເຊື່ອ ທີ່ພວກເຮົາໄດ້ເຫັນໃນຊ່ວງຫ້າປີ ກ່ອນນໍາ​
ໃຊ້​ແຜນການກະຕຸກຊຸກຍູ້​ເສດຖະກິດນັ້ນ. ຂ້າພະເຈົ້າຄິດວ່າ ພວກເຮົາຈະ​ໄດ້ເຫັນ
ການ​ປ່ອຍ​ເງິນ​ກູ້ຊຸດໃໝ່ອອກ ​ໃນປະລິມານລະຫວ່າງ 7000 ຕື້ຫາ 7500 ຕື້.”

ທ່ານ Rothman ບໍ່ໄດ້ໃຫ້ຄວາມສຳຄັນກ່ຽວກັບການສ່ຽງທີ່ຈະເກີດໄພເງິນເຟີ້ຂອງຈີນ
ໂດຍກ່າວວ່າ ລາຄາສິນຄ້າຈະເພີ່ມຂຶ້ນໃນລະດັບປານກາງຂະນະທີ່ການຖີບໂຕຂຶ້ນຂອງ
ລາຄາອາຫານ ໃນໄລຍະ2-3 ເດືອນຜ່ານມານີ້ ສ່ວນໃຫຍ່ແລ້ວແມ່ນພົວພັນກັບດິນຟ້າ
ອາກາດ. ທ່ານ ຍັງຄາດວ່າ ອັດຕາເງິນເຟີຂອງຈີນຈະຢູ່ໃນລະດັບສະເລ່ຍ 4.5% ໃນປີນີ້.
ອັດຕາເງິນເຟີ້ເດືອນພະຈິກໄດ້ຖີບໂຕສູງຂຶ້ນເປັນປະຫວັດການໃນຮອບ 28 ເດືອນ ເປັນ 5.1%.

ຈີນໄດ້ຂຶ້ນອັດຕາດອກເບ້ຍ 2 ຄັ້ງໃນປີກາຍນີ້ ແລະໄດ້ເພີ່ມເງິນທີ່ທາງທະນາຄານຕ້ອງເກັບ
ຮັກສາໄວ້ເປັນກອງທຶນສຳຮອງ ເພື່ອຄວບຄຸມເງິນຕາໝູນວຽນໃຫ້ເຂັ້ມງວດກວ່າເກົ່າ. ທ່ານ
Rothman ຄາດວ່າອັດຕາດອກເບ້ຍຈະເພີ່ມຂຶ້ນບໍ່ກາຍເຄິ່ງເປີເຊັນ ໃນປີນີ້ ຊຶ່ງທ່ານກ່າວວ່າ
ຈະມີຂຶ້ນໃນຊ່ວງ 6 ເດືອນທຳອິດຂອງປີ. ທະນາຄານກາງຂອງຈີນໄດ້ຕັ້ງອັດຕາແລກປ່ຽນ
ເງິນຢວນສູງຂຶ້ນສູ່ລະດັບໃໝ່ເປັນ 6.59 ຢວນຕໍ່ນຶ່ງໂດລ່າ ໃນວັນພະຫັດແລ້ວ ກ່ອນການ
ເດີນທາງ ມາຢຽມຢາມກຸງວໍຊິງຕັນຂອງປະທານປະເທດຈີນທ່ານ Hu Jintao ໃນອາທິດນີ້.

ໃນວັນພຸດແລ້ວນີ້ລັດຖະມົນຕີການເງິນສະຫະລັດທ່ານ Timothy Geithner ໄດ້ຮຽກຮ້ອງ
ອີກຄັ້ງນຶ່ງໃຫ້ຈີນປ່ອຍໃຫ້ຄ່າເງິນຢວນຂອງຕົນໃຫ້ສູງຂຶ້ນໄວກວ່າເກົ່າ. ຄ່າເງິນຢວນທີ່ສູງຂຶ້ນ
ນັ້ນສາມາດຊ່ອຍໃຫ້ຈີນ ຈັດການກັບລາຄາສິນຄ້າທີ່ສູງຂຶ້ນ ຂະນະທີ່ການນຳເຂົ້າວັດຖຸດິບ
ສຳລັບການສົ່ງອອກນັ້ນມີລາຄາຖືກລົງ. ພວກຜູ້ນຳທາງການເມືອງແລະທຸລະກິດຂອງ
ສະຫະລັດຫຼາຍໆທ່ານກ່າວວ່າ ຈີນໄດ້ພະຍາຍາມຢາກຮັກສາຄ່າເງິນຢວນຂອງຕົນໄວ້ໃຫ້
ອ່ອນກວ່າລະດັບຄວາມເປັນຈິງ ເພື່ອເຮັດໃຫ້ການນໍາເຂົ້າສິນຄ້າຈາກສະຫະລັດແລະປະເທດ
ອື່ນໆນັ້ນ ແພງຂຶ້ນ.

XS
SM
MD
LG