ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ເສດຖະກິດ​ຂອງ​ຈີນ


ຄົນງານກໍາລັງເອົາປ້າຍໂຄສະນາອັນໄໝ່ ໄປຕິດບົນປ້າຍໂຄສະນາ ທີ່ສະແດງໃຫ້ເຫັນຮູບຕຶກດາດຟ້າ ຫລາຍໆຫລັງ ຢູ່ທີ່ສູນກາງທຸລະກິດການຄ້າ ໃນນະຄອນຫລວງປັກກິ່ງ, ວັນທີ 13 ຕຸລາ 2010.
ຄົນງານກໍາລັງເອົາປ້າຍໂຄສະນາອັນໄໝ່ ໄປຕິດບົນປ້າຍໂຄສະນາ ທີ່ສະແດງໃຫ້ເຫັນຮູບຕຶກດາດຟ້າ ຫລາຍໆຫລັງ ຢູ່ທີ່ສູນກາງທຸລະກິດການຄ້າ ໃນນະຄອນຫລວງປັກກິ່ງ, ວັນທີ 13 ຕຸລາ 2010.

ຈີນ​ກ່າວ​ວ່າ ພາກສ່ວນ​ການ​ຜະລິດ​ຂອງ​ຕົນ​ຍັງສືບ​ຕໍ່
ຂະຫຍາຍ​ໂຕຂຶ້ນຢູ່​ຕໍ່​ມາ​ ໃນ​ເດືອນ​ພະຈິກ​ຜ່ານ​ມາ​ນີ້
ເຖິງ​ແມ່ນ​ມີ​ຄວາມ​ກົດ​ດັນ​ຈາກ​ລາຄາສິນຄ້າ​ທີ່ສູງ​ຂຶ້ນນັບມື້
ກໍ​ຕາມ.

ໃນ​ວັນ​ພຸດ​ມື້​ນີ້ ອົງການ​ນຶ່ງ​ທີ່​ເປັນ​ສາຂາຂອງ​ລັດ​ແຈ້ງ​ໃຫ້​
ຊາບ​ວ່າ ມີການ​ເພີ່ມ​ຂຶ້ນ ເຄິ່ງນຶ່ງ​ຂອງ 1 ​ເປີ​ເຊັນ​ ໃນ​
ໂຕເລກດັດຊະນີຜູ້​ຈັດການຝ່າຍຊື້​ ຫລື PMI ຂອງ​ຕົນ
ຊຶ່ງ​ວັດ​ແທກດັດຊະນີຊີ້​ບອກ​ຈໍານວນ​ນຶ່ງ ຮວມທັງ​ການ
ຜະລິດ ການ​ສັ່ງ​ຊື້ສິນຄ້າໃໝ່ແລະ​ການ​ຂົນສົ່ງສິນຄ້າ​ໃໝ່​
ນັ້ນ. ດັດຊະນີ PMI ສໍາລັບ​ເດືອນພະ​ຈິກ​ຜ່ານ​ມານີ້ ​ແມ່ນ​ຢູ່​ໃນ​ອັດຕາ 55.2 ​ເປີ​ເຊັນ.
ອັດຕາ​ທີ່ສູງເກີນ 50 ​ເປີ​ເຊັນ​ຂຶ້ນ​ໄປແມ່ນສະ​ແດງ​ວ່າການ​ຜະລິດ​ໄດ້​ຂະຫຍາຍໂຕ​ຂຶ້ນ.

ໂຕເລກດັດຊະນີ​ຊິ້ບອກອີກອັນ​ນຶ່ງ​ຕ່າງຫາກທີ່ພິຈາລະນາ​ຂໍ້​ມູນ​ອື່ນໆເພິ່ມຕື່ມ​ ກໍ​ໄດ້​ເພີ່ມຂຶ້ນ​ສູ່
ລະດັບ​ສູງ​ສຸດ​ໃນ​ຮອບ 8 ​ເດືອນ​ຜ່ານ​ມາ​ ໂດຍມີອັດຕາຢູ່ 55.3 ​ເປີ​ເຊັນ. ດັດຊະນີ​ທີ່​ວ່າ​ນີ້
ແມ່ນ​ເຮັດ​ຂຶ້ນ​ມາໂດຍ​ສາຂາ​ໃນປະເທດຈີນ ຂອງ​ບໍລິສັດ HSBC ຂອງອັງກິດ ຊຶ່ງ​ເປັນ
ບໍລິສັດບໍລິການ ທາງ​ການ​ເງິນ​ໃນທົ່ວໂລກ​.

ທັງ​ສອງ​ລາຍ​ງານ​ນີ້ກ່າວ​ວ່າ ການ​ຂະຫຍາຍໂຕຂອງພາກສ່ວນການຜະລິດຂອງຈີນ​ໄດ້
ມີຂຶ້ນ ​ເຖິງ​ແມ່ນ​ລາຄາສໍາລັບ​ອຸບປະກອນການ​ຜະລິດເຄື່ອງ​ອາ​ໄຫລ່ແລະ​ວັດຖຸ​ດິບ​ ທີ່ໃຊ້
ໃນ​ໂຮງ​ຈັກ​ໂຮງ​ງານແພງຂຶ້ນນັບມື້​ ກໍຕາມ.

XS
SM
MD
LG