ປະທານາທິບໍດີຈີນ ທ່ານ Xi Jinping ເມື່ອໝໍ່ໆມານີ້ ໄດ້ເປີດເຜີຍແຜນການທີ່ມີ
ຄວາມທະເຍີທະຍານສູງ ທີ່ຈະຫັນເອົາເຂດຕາເວັນຕົກສຽງໃຕ້ ຂອງນະຄອນຫລວງ
ທີ່ບໍ່ໄດ້ຮັບການພັດທະນານັ້ນ ໃຫ້ກາຍມາເປັນເຂດເສດຖະກິດທີ່ມີຄວາມກ້າວໜ້າ
ທາງດ້ານເທັກໂນໂລຈີ.
ເນື້ອທີ່ດິນໃໝ່ຂອງເຂດ Xiongan ທີ່ເປັນເຂດບໍ່ມີຊາຍແດນຕິດກັບທະເລນັ້ນ ແມ່ນ
ມີຂະໜາດໃຫຍ່ສາມເທື່ອ ຂອງນະຄອນນີວຢອກ ແລະຈະກາຍເປັນເຂດ Shenzhen
ອັນໃໝ່ ຊຶ່ງເປັນສູນກາງເທັກໂນໂລຈີສູງ ຫລື high-tech ຢູ່ເຂດພາກໃຕ້ທີ່ທັນສະໄໝ
ຂອງຈີນຊຶ່ງເປັນຂົວຕໍ່ ລະຫວ່າງຮົງກົງ ແລະຈີນແຜ່ນດິນໃຫຍ່ນັ້ນ.
ພ້ອມກັນກັບ Tongzhou ເມືອງໃໝ່ອີກແຫ່ງນຶ່ງ ທີ່ນອນຢູ່ທາງຕາເວັນອອກຂອງນະ
ຄອນປັກກິ່ງນັ້ນ, ທ່ານ Xi ກ່າວ່າ ທັງສອງເຂດນີ້ຈະກາຍເປັນ "ປີກ" ຂອງນະຄອນ
ຫລວງແລະສ້າງໃຫ້ເປັນເຄື່ອງຈັກພັກດັນການເຕີບໂຕຂອງທັງໝົດທົ່ວນະຄອນປັກກິ່ງ,
ຂອງ Tianjin ແລະຂອງ Hebei.
ທາງພາກເໜືອຂອງຈີນ ຊຶ່ງຍັງນໍາຫລັງເຂດພາກໃຕ້ມາເປັນເວລາດົນນານແລ້ວ ໃນ
ການເປັນພະລັງພັກດັນການເຕີບໂຕທາງເສດຖະກິດ ແລະການປະດິດສ້າງໃນຫລາຍໆ
ຂະແໜງ ການ. ແລະຄວາມພະຍາຍາມຂອງເຈົ້າໜ້າທີ່ ທີ່ຈະປ່ຽນໂສມໜ້າໃໝ່ໃຫ້ນະຄອນຫລວງ ແມ່ນເພື່ອສ້າງວິທີການພັດທະນາເສດຖະກິດແບບໃໝ່ຂຶ້ນ.
ຢ່າງໃດກໍຕາມ ພວກທີ່ຕໍານິແຜນການດັ່ງກ່າວ ໃຫ້ເຫດຜົນວ່າ ການໃຫ້ລັດນໍາພາ ໂດຍ
ວິທີທາງມີນະໂຍບາຍມາແຕ່ຂັ້ນເທິງລົງໄປຫາລຸ່ມ ແທນທີ່ຈະປ່ອຍໄປຕາມກໍາລັງພັກດັນ
ຂອງຕະຫລາດໃຫ້ມັນເໜັງຕີງໄປມາໄດ້ຢ່າງເຕັມສ່ວນນັ້ນ ມີທ່າທາງວ່າຈະຫລົ້ມແຫລວ.
ພຽງແຕ່ການປະກາດວ່າແຜນການນີ້ ແລະການເລີ້ມຕົ້ນເຮັດມັນໄວເທົ່າໃດ ມັນກໍຈະປະ
ສົບກັບຄວາມວຸ້ນວາຍບາງຢ່າງທີ່ຂວາງໜ້າມັນຢູ່ແລ້ວ.
ຈີນ ມີແຜນຈະຫັນ ເຂດຕາເວັນຕົກ ສຽງໃຕ້ ຂອງປັກກິ່ງ ໃຫ້ທັນສະໄໝ
