ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີ​ນປົດ​ ຫົວໜ້າຄຸ້ມ​ຄອງ​ ຕະຫລາດ​ຫລັກ​ຊັບ ​ຫຼືຕະຫລາດຮຸ້ນ


ຈີ​ນ ​ໄດ້​ປົດ​ຫົວໜ້າຄຸ້ມ​ຄອງ​ຕະຫລາດ​ຫລັກ​ຊັບ​ຫຼືຕະຫຼາດຮຸ້ນ
ຂອງ​ຕົນ.

​ອົງການຂ່າວ​ຊິນ​ຫົວ ຂອງ​ທາງ​ການຈີນ ​ໄດ້​ລາຍ​ງານ​ວ່າ ທ່ານ
Xiao Gang ​ໄດ້​ຖືກ​ປົດ​ຈາກ​ໜ້າ​ທີ່​ ໃນ​ວັນ​ເສົາ​ມື້​ນີ້.

ການ​ເຄື່ອນ​ໄຫວນີ້ ​ບໍ່​ແມ່ນ​ວ່າ​ບໍ່​ໄດ້​ຄາດ​ກັນ​ໄວ້ ຫຼັງ​ຈາກ​ທີ່ໄດ້
ເກີດຄວາມ​ວຸ້ນ​ວາຍ ຢູ່​ໃນຕະຫລາດ​ຮຸ້ນ​ຂອງ​ຈີນ.

ທ່ານ Xio Gang ເປັນ​ຜູ້​ຮັບຜິ​ດຊອບ ​ໃນ​ການ​ນຳ​ໃຊ້ອັນ​ທີ່​ເອີ້ນ
ວ່າ "circuit breaker" ທີ່​ອອກ​ແບບ​ເພື່ອ​ຈຳກັດ​ການ​ສູນ​ເສຍ​ໃນຕະຫລາດ​ຮຸ້ນ. ​ເຖິງ​ຢ່າງ
​ໃດ​ກໍ​ດີ ມັນ​ພຽງ​ແຕ່​ເພີ້ມຄວາມ​ວຸ້ນວາຍ​ ໃຫ້​ແກ່ຕະຫລາດຮຸ້ນ ​ແລະ​ໄດ້ຢຸດ​ໃຊ້ຫລັງຈາກທີ່​
ໄດ້ເລີ້ມໃຊ້​ມາ​ໄດ້​ສີ່​ມື້.

ທ່ານ Liu Shiyu ປະທານ​ທະນາຄານ​ການກະ​ເສດ​ຂອງ​ຈີນ ​ແລະ​ອະດີດ​ຮອງ​ຜູ້​ວ່າການ
ທະນາຄານ​ກາງ ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຫົວໜ້າ​ຄຸ້ມ​ຄອງຕະຫລາດ​ຫຼັກ ຊັບ​ຄົນ​ໃໝ່.

ຍັງບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່່າ ມາດ​ຕະການ​ໃດ ທີ່​ທ່ານ Liu ອາດ​ຈະນຳ​ມາ​ປະຕິບັດ​ເພື່ອ
​ສ້າງ​ຄວາມ​ເຊື່ອ​ໝັ້ນ ໃຫ້​ແກ່ຕະຫລາດ​ຮຸ້ນຈີນ​.

ທ່ານ Zhang Kaihua ຜູ້​ບໍລິຫານ​ກອງ​ທຶນ Huyang ທີ່​ມີ​ສຳນັກງານ​ຢູ່​ເມືອງ Nanjing
ກ່າວ​ວ່າ “ ທ່ານ Liu ​ມີ​ປະສົບ​ການ​ຢ່າງ​ຫລວງ​ຫລາຍ ​ຢູ່​ໃນພາກ ສ່ວນ​ການ​ເງິນ ​ແຕ່​ວ່າ​
ຈະ​ມີ​ນະ​ໂຍບາຍ​ຈຳນວນ​ໜຶ່ງ ທີ່ບໍ່ແນ່​ນອນໃນ​ລະຍະ​ສັ້ນ ​ໃນ​ຂະນະ​ທີ່​ຈະ​ໃຊ້​ເວລາ​ຢ່າງ​
ໜ້ອຍ​ຫົກ​ເດືອນ ສຳລັບອະດີດ​ນັກ​ທະນາຄານທ່ານ ນີ້​ຈະ​ລຶ້ງ​ເຄີຍ​ກັບ​ບົດບາດ​ໃໝ່​ຂອງ​
ທ່ານ.”

XS
SM
MD
LG