ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເສດຖະກິດຂອງຈີນຍັງສືບຕໍ່ ຂະຫຍາຍໂຕອອກຢ່າງໄວ


ລູກຄ້າຄົນນຶ່ງກໍາລັງຊື້ເຄື່ອງຄອມພີວເຕີ laptop ກັບຄົນຂາຍທີ່ຮ້ານ ຂາຍແຫ່ງນຶ່ງໃນກຸງປັກກິງ.
ລູກຄ້າຄົນນຶ່ງກໍາລັງຊື້ເຄື່ອງຄອມພີວເຕີ laptop ກັບຄົນຂາຍທີ່ຮ້ານ ຂາຍແຫ່ງນຶ່ງໃນກຸງປັກກິງ.

ເຖິງ​ແມ່ນຍັງ​ປະ​ເຊີນ​ກັບ​​ວິ​ກິດ​ການ​ດ້ານ​ການ​ເງິນ​ຂອງ​ໂລກ​ຢູ່ຕໍ່​ມາ​ກໍ​ຕາມ ​ແຕ່​ເສດຖະກິດ ຂອງ​ຈີນ​ກໍຍັງ​ສືບ​ຕໍ່​ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວ​ຢູ່​ໃນ​​ປີຜ່ານມາ​ນີ້ ​ໂດຍ​ໄດ້​ກະ​ໂດດ​ກາຍ​ຍີ່ປຸ່ນຂຶ້ນມາ ເປັນ​ເສດຖະກິດທີ່​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ ຮອງ​ຈາກສະຫະລັດ​ອາ​ເມຣິກາ. ບັດ​ນີ້ ​ຄະນະນໍາພາ​ຂອງ​ຈີນ​​ແມ່ນແນ​​ເປົ້າ​ໝາຍ ໃສ່​ການເພີ່ມ​ທະວີ​ການ​ອຸບປະ​ໂພ​ກບໍລິ​ໂພ​ກ​ ແລະ​ຄວາມ​ຮຽກຮ້ອງ​ຕ້ອງການຢູ່ພາຍ​ໃນ​ປະ​ເທດ ຊຶ່ງ​ຈະ​ຊ່ອຍ​ເຮັດ​ໃຫ້​ຕະຫລາດ​ຈີນ​ກາຍເປັນ​ກົນ​ ໄກ​ໃໝ່ທີ່​ສໍາຄັນ​​ໃນ​ການຊຸກຍູ້ການ​​ເຕີບ​ໂຕຂອງ​ເສດຖະກິດຂອງປະ​ເທດ​ອື່ນໆ​ໃນ​ໂລກ. ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ຈາກກຸງ​ປັກ​ກິ​ງ ທີ່​ສິງ​ຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທີ່ກອງ​ປະຊຸມ​ວ່າ​ດ້ວຍ​ເສດຖະກິດ​ປະ​ຈໍາ​ຂົງ​ເຂດ​ທີ່​ຍີ່ປຸ່ນ​ໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້ ປະທານາທິບໍດີ​ໂອ​ບາ​ມາກ່າວ​ວ່າ ຕໍ່​ໄປ​ນີ້ ຊາວອະ​ເມ​ຣິກັນ​ຜູ້ອຸບປະ​ໂພ​ກ ​ບໍລິ​ໂພ​ກ ​ຈະ​ບໍ່​ເປັນ​ແຮງ​ຂັບ​ດັນ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ​ໂລກ​ອີກ​ແລ້ວ ຊຶ່ງ​ທ່ານ​ກ່າວ​ດັ່ງ​ນີ້:

"ໃນ​ການກ້າວໄປຂ້າງໜ້ານັ້ນ ພວກປະເທດທີ່ມີເງິນ​
ເຫລືອ​ ເກີນ​ງົບປະມານຢ່າງຫລວງຫລາຍຈະຕ້ອງ
ຫັນປ່ຽນຈາກການອາໃສກາງຕໍ່ນໍາການສົ່ງອອກ ຊຶ່ງ
ເປັນການ​ປະຕິບັດ​ທີ່ບໍ່​ດີນັ້ນ ແລະເອົາບາດກ້າວຕ່າງໆ
ເພື່ອກະຕຸກຊຸກຍູ້ ຄວາມຮຽກຮ້ອງຕ້ອງການສິນຄ້າ​ຢູ່ພາຍໃນປະເທດ.ດັ່ງທີ່ຂ້າ
ພະເຈົ້າໄດ້ເວົ້kໄປແລ້ວນັ້ນ ​ໃນການກ້າວໄປຂ້າງໜ້າ ປະເທດໃດນຶ່ງກໍບໍ່ຄວນ
ຈະຄິດເອົາ​ເອງວ່າ ຫົນທາງໄປສູ່ຄວາມຈະເຣີນຮຸ່ງເຮືອງຂອງ​ຕົນນັ້ນ ແມ່ນປູ
ດ້ວຍສິນຄ້າສົ່ງອອກໄປຍັງອາເມຣິກາ.
"

ທີ່​ກອງ​ປະຊຸມ​ດຽວ​ກັນນັ້ນ ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ ກໍ​ໄດ້​ກ່າວ ​ໃຫ້​ຮ່ອງຮອຍ​ວ່າ ຈີນ ຊຶ່ງ​ມີ​ພົນລະ​ເມືອງ 1300 ລ້ານ​ຄົນ ກໍາລັງ​ກະກຽມ​ຈະ​ຮັບ​ເອົາ​ບາງ​ສ່ວນ​ຂອງ​ການ​ຜະລິດ​ຂອງ​ໂລກ​ນັ້ນ:

ທ່ານ​ຫູ​ຈິນ​ເຖົາເວົ້າ​ວ່າ ຈີນ​ຈະ​ເລັ່ງລັດ​ການ​ປະ​ປະຕິ​ຮູບດ້ານການ​ພັດທະນາ​ເສດຖະກິດ ​ແລະ
ເພ່ງ​ເລັງ​ໃສ່​ການ​ເສີມຂະຫຍາຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ພາຍ​ໃນປະ​ເທດ ​ໂດຍ​ສະ​ເພາະ​
ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້ອຸບປະ​ໂພ​ກບໍລິ​ໂພ​ກໂດຍ​ຜ່ານ​ການ​ເຮັດ​ໃຫ້​ພວກ​ປະຊາ
ຊົນ​ມີ​ລາຍຮັບຫລາຍ​ຂຶ້ນ ​ແລະ​ຊື້​ສິນຄ້າເພີ່ມ​ຂຶ້ນ. ທ່ານ​ຫູ ກ່າວ​ຕື່ມ​ວ່າ ຈຸດ​ເພ່ງ​ເລັງ​ອີກ​ອັນ​ນຶ່ງ
ກໍ​ແມ່ນ​ເລັ່ງລັດ​ການ​ພັດທະນາ​ ​ເຂດ​ຊົນນະບົດ ​ແລະ​ການ​ເຕີບ​ໂຕ​ໃນ​ຂົງ​ເຂດ​.

ຈີນ​ໄດ້​ຄອບ​ງໍາ​ໃນ​ການ​ຂາຍ​ລົດ​ໂອ​ໂຕ ​ແລະ​ໃນ​ປີ 2010 ​ໄດ້​ຂ້າມ​ຜ່ານສະຫະລັດ ມາ​ເປັນ​ຕະຫລາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ໃນ​ຊ່ວງ​ປີ 2009 ນັ້ນ ມີ​ການ​ຂາຍ​ລົດ​ໄດ້​ຫລາຍ​ກວ່າ 13 ລ້ານ 6 ​ແສນ​ຄັນ​ຢູ່​ໃນປະ​ເທດ
ຈີນ​. ​ຢູ່​ຮ້ານ​ຂາຍ​ລົດ​ແຫ່ງ​ໃຫຍ່​ທີ່​ສຸດ​ໃນ​ກຸງ​ປັກ​ກິ​ງ ​ເມື່ອ​ບໍ່​ນານ​ມາ​ນີ້ ນາຍ Zhao Xuzhen
ແລະ​ຄອບຄົວ​ພາກັນ​ໄປຊອກ​ຊື້​ລົດ​ຄັນ​ທໍາ​ອິດ​ຂອງ​ເຂົາ​ເຈົ້າ ຊຶ່ງ​ນາຍ Zhao ກ່າວວ່າ:

“ມັນ​ສໍາຄັນ​ທີ່ລົດ​ໃໝ່ຕ້ອງ​ມີ​ຄວາມປອດ​ໄພ ​ເພາະວ່າ​ມີລົດ​ ຫລາຍ​ໆຢູ່ໃນ​ກຸງ​ປັກ​ກິ​ງ. ນອກ​ນັ້ນ ​ລາວ​ຍັງເວົ້າ​ອີກວ່າ ຍ້ອນ​ວ່​າຜູ້ຄົນ​ພາກັນ​ມີ​ ຄວາມ​ສົນ​ໃຈ​ຫລາຍ​ໃນ​ການ​ປປົກ​ປ້ອງ​ສິ່ງ​ແວດ​ລ້ອມ ​ເພາະສະ​ນັ້ນ ​ລົດ​ທີ່​ລາວ​ ຈະຊື້ນັ້ນ ຈະ​ຕ້ອງ​ປະຢັດ​ນໍ້າມັນຫລື​ກິນ​ນໍ້າມັນ​ໜ້ອຍ.“

ອິດ​ທິພົນ​ດ້ານ​ເສດຖະກິດ​ທີ່​ເຕີບໃຫຍ່ຂຶ້ນນັບ​ມື້ຂອງ​ຈີນ​ນັ້ນ ໝາຍ​ຄວາມເຖິງ​ການລົງທຶນ​ໃນ​ຕ່າງປະ​ເທດ​ຫລາຍ​ຂຶ້ນ ​ແລະ​ຄວາມ​ໝາຍ​ອີກ​ວ່າ ​ມີພວກ​ຕ່າງ ປະ​ເທດອົບ​ພະຍົບ​ເຂົ້າ​ມາ​ຍັງ​ຈີນ​ຫລາຍ​ຂຶ້ນ ​ເພື່ອ​ພະຍາຍາມ​ຊອກ​ຫາ​ໂຊກ​ລາບ​ຫລື​ເງິນ​ຄໍາ. ໂຕ​ຢ່າງ​ນຶ່ງ​ກໍ​ຄື​ເມືອງ​ກວາງໂຈ ທີ່​ເປັນສູນ​ການ​ຄ້າ​ໃນ​ພາກ​ໃຕ້​ຂອງ​ຈີນ ​ທີ່​ດຶງ​ດູດເອົາ​ຜູ້​ຄົນ​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ທະວີບ​ອະ​ຟຣິກາ ​ແລະ​ຈາກ​ປະ​ເທດ​ອື່ນໆ​ອີກ​ໃນ​ທົ່ວ​ໂລກ.

ທ່ານ Cheng Li ຈາກ​ອົງການ​ຄົ້ນຄວ້າ​ທີ່​ສະ​ຖາ​ບັນ Brookings ທີ່​ກຸງ​ວໍ​ຊິງຕັນ ກ່າວ​ວ່າ ປະຊາຊົນ​ຈີນເຫັນ​ວ່າການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຈີນ​ນັ້ນ ເປັນເລື້ອງ​ໂຕ້​ຖຽງບໍ່​ໄດ້ ຊຶ່ງ​ທ່ານ Li ກ່າວ​ດັ່ງ​ນີ້:

"ພວກເຂົາເຈົ້າເຫັນວ່າ ຈີນ​ໄດ້​ເຕີບໃຫຍ່ຂຶ້ນ​ມາ​ເຕັມ​ໂຕແລ້ວໃນທີ່ສຸດ ​ເພາະວ່າ
ຈີນບໍ່​ໄດ້​ເປັນ​ພຽງປະເທດທໍາອິດເທົ່ານັ້ນ ທີ່ຟື້ນຕົວຄືນຈາກວິກິດການ ການເງິນ
ຂອງໂລກ ​ແຕ່​ໃນຖານະອໍານາດເສດຖະກິດທີ່ສໍາຄັນນັ້ນ ຈີນຍັງ​ໄດ້ໄຕ່ເຕົ້າຂື້ນ
ມາຢູ່ໃນອັນດັບສອງຂອງໂລກນໍາ. ​ເວລາ​ນີ້ ຈີນ​ແມ່ນມີເງິນ ຊຶ່ງ​ເປັນສິ່ງທີ່ຈີນຄິດ
ວ່າ ສໍາຄັນທີ່ສຸດເພາະວ່າເງິນເວົ້າໄດ້ ໝາຍ​ຄວາມ​ວ່າ ຖ້າ​ມີ​ເງິນ​ແລ້ວ ​ເຮັດ​ຫຍັງ ​ກໍ​ໄດ້​ນັ້ນ​ເອງ
."

ເຖິງ​ແມ່ນພວກ​ນັກ​ເສດຖະສາດ​ຈີນ​ພາກັນຮັບ​ຮູ້ໃນຄວາມ​ສໍາ​ເລັດ​ຂອງ​ປະ​ເທດຂອງ​ເຂົາ​ເຈົ້າ​ກໍ​ຕາມ ​ແຕ່ເຂົາ​ເຈົ້າກໍ​ຍັງ​ມີ​ຄວາມຮູ້ສຶກ​ຢູ່​ວ່າ ຍັງ​ອີກ​ດົນ​ກ່ວາ​ ຈີນ​ຈະ​ໄປ​ເຖິງ​ຂັ້ນບັນລຸ​ຄວາມ​ສໍາ​ເລັດໄດ້​ຢ່າງ​ເຕັມ​ສ່ວນ.

ທ່ານ Hu Xingdou ນັກ​ເສດຖະສາດ​ທີ່ສະ​ຖາ​ບັນ​ເທົກ​ໂນ​ໂລ​ຈີ​ທີ່​ກຸງ​ປັກ​ກິ​ງ ກ່າວ​ວ່າ ພວກ​ຕາ​ເວັນ​ຕົກ​ພາກັນ​ວາດພາບສະຖານ​ນະ​ການ​ຢ່າງແຈ່ມ​ໃສເກີນ​ໄປ ຢູ່​ໃນ​ປະ​ເທດບ່ອນ​ທີ່ການ​ ພັດທະນາ​ບໍ່​ກໍ້າ​ເກິ່ງ​ກັນ​ນັ້ນ ຊຶ່ງ​ທ່ານ Hu Xingdou ກ່າວ​ວ່າ:

“ຜູ້​ຄົນ​ບາງ​ຄົນ​ເວົ້າ​ໂຍກ​ເກີນ​ໄປ​ໂດຍ​ເຈດ​ຕະນາ ກ່ຽວ​ກັບຄວາມ​ເຂັ້ມ​ແຂງ​ຂອງ​ຈີນ ​
ແລະ​ສ້າງ​ຄວາມ​ຮູ້ສຶກວ່າ​ ມີ​ອັນຕະລາຍ​ຈາກ​ຈີນ ​ເພາະວ່າເຂົາ​ເຈົ້າ​ບໍ່​ເຂົ້າໃຈ​ຈີນ​ດີ​ ປານ​ໃດ.“

ທ່ານ ຫູ​ຊິງດູ ກ່າວ​ຕື່ມ​ວ່າ ມີ​ໜ້ອຍ​ຄົນ​ທີ່​ມາ​ຈາກ​ຕ່າງປະ​ເທດ​ ໄປ​ເບິ່ງ​ເຂດ​ຊົນນະບົດ​ຂອງ​
ຈີນ ​ແລະ​ເຂດ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ພັດທະນາ​ດີ​ປານ​ໃດ ​ໃນ​ພາກຕາ​ເວັນ​ຕົກ​ຂອງ​ປະ​ເທດ.
ທ່ານ​ກ່າວ​ຕໍ່​ໄປ​ວ່າ ມີ​ພວກ​ນັກ​ຊ່ຽວຊານ​ກ່ຽວ​ກັບຈີນ​ຫລາຍ​ຄົນທີ່​ຄຶດ​ວ່າ ພວກ​ຫົວ​ເມືອງ
ຕ່າງໆ​ຂອງ​ຈີນ​ຄື​ກັນ​ກັບ​ຢູ່​ໃນ​ຢູ​ໂຣບ ​ແຕ່​ເຂດ​ຊົນນະບົດ​ນັ້ນ​ ຊໍ້​າພັດຄື​ກັນ​ກັບ​ຢູ່​ໃນ​ອະ​ຟຣິກາ.

ຄວາມ​ແຕກ​ຕ່າງ​ກັນ​ທີ່ວ່າ​ນີ້ ​ແມ່ນ​ເຫັນໄດ້​ຢູ່ໃນ​ລາຍ​ຮັບ​ຕໍ່​ຫົວຄົນຕໍ່​ປີ ຊຶ່ງ​ລາຍ​ຮັບ​ຕໍ່​ຫົວ​ຄົນຕໍ່​ປີໃນ​ເຂດ​ເທດສະບານຈີນນັ້ນ ​ມີ​ຈໍານວນ​ເກືອບ 2600 ​ໂດ​ລາ​ໃນ​ປີ 2009 ​ແຕ່​ສໍາລັບ​ພວກ​ປະຊາຊົນ​ໃນ​ເຂດ​ຊົນນະບົດ​ແລ້ວ ​ແມ່ນ​ມີ​ພຽງ​ແຕ່ 800 ​ໂດ​ລາ​ຕໍ່​ປີ.

ເຖິງ​ແມ່ນລັດຖະບານ​ຈີນໄດ້​ດໍາ​ເນີນ​ການ​ມາ​ເປັນ​ເວລາ​ຫລາຍ​ປີ ​ເພື່ອ​ປັບປຸງລາຍ​ຮັບ​ຂອງ​
ປະຊາຊົນ​ໃນ​ເຂດ​ຊົນນະບົດ ​ແລະ​ອັດ​ຊ່ອງ​ຫວ່າງ​ລະຫວ່າງ​ເຂດເທດສະບານ​ແລະ​ເຂດ​ຊົນ
ນະບົດໃຫ້ແຄບ​ເຂົ້ານັ້ນ ​ແຕ່​ກໍໄດ້​ຮັບ​ຄວາມ​ຄືບ​ໜ້າແຕ່​ພໍປະມານ ​ແລະ​ພ້ອມ​ກັບ​ທີ່ມີ​ການ
ຄາດ​ໝາຍ​ກັນວ່າ ສະພາວະ​ເງິນ​ເຟີ້ ​ຈະ​ຍັງ​ຄົງ​ຢູ່​ໃນ​ລະດັບ​ສູງ​ຢູ່​ຕໍ່​ໄປ​ໃນ​ອີກ​ຫລາຍ​ເດືອນ
ຂ້າງ​ໜ້າ ໂດຍ​ສະ​ເພາະ​ລາຄາ​ເຂົ້າປາ​ອາຫານນັ້ນ ພວກ​ຄົນ​ທຸກ​ຍາກ​ໃນ​ເຂດ​ຊົນນະບົດ​
ກໍອາດ​ຈະ​ຖືກ​ກົດ​ດັນ​ລົງ​ໄປ​ຕື່ມ​ອີກ​.

ທ່ານ​ຫູ ຊິງ​ດູ ກ່າວ​ວ່າ ຜົນ​ຜະລິດຮວມພາຍ​ໃນ​ປະ​ເທດ​ຕໍ່​ຫົວ​ຄົນຕໍ່​ປີ​ຂອງ​ຈີນນັ້ນ​ ຍັງ​ຄົງ​ຈະ​
ຢູ່​ໃນ​ລະດັບ​ຕໍ່​າຢູ່. ດັ່ງ​ນີ້​ ທ່ານ​ກ່າວ​ວ່າ ການ​ພັດທະນາ​ຈະຍັງຄົງເປັນ​ພາລະກິດ​ອັນ​ໃຫຍ່​
ຫລວງ​ທີ່​ສຸດ​ສໍາລັບ​ຄະນະນໍາພາ​ຈີນ ​ແ​ແລະທ່ານ​ກ່າວ​ຕໍ່ໄປ​ວ່າ ປະ​ເທດ​ຈີນຍັງ​ມີ​ຄວາມ​ຈໍາ​
ເປັນ​ທີ່​ຈະ​ຕ້ອງ​ທໍາ​ການ​ປະຕິ​ຮູບ​ທາງ​ດ້ານ​ການ​ເມືອງ​ແລະສັງຄົມ​ເຊ່ນກັນ ​ຖ້າຢາກ​ໃຫ້ການ
ພັດທະນາ​ດ້ານ​ເສດຖະກິດ​ໄດ້​ຮັບ​ຄວາມ​ສໍາ​ເລັດ.

XS
SM
MD
LG