ທີ່ປະເທດຈີນ ພວກສະມາຊິກຂອງສາສະໜາຄຣິສຕ໌ນິກາຍ Evangelical ທີ່ບໍ່ໄດ້ຮັບອະນຸຍາດຈາກລັດຖະບານຈີນ ກ່າວວ່າຕໍາຫລວດໄດ້ກັກໂຕຊາວຄຣິສຕ໌ໄວ້ ຫລາຍສິບຄົນ ຫລັງຈາກທີ່ພວກຜູ້ນໍາໂບດໄດ້ຝ່າຝືນຄໍາສັ່ງ ແລະພາກັນ ປະກອບພິທີທາງສາສະໜາຢູ່ກາງແຈ້ງ ເພື່ອສະຫລອງບຸນ Easter ຂອງສາສະໜາຄຣິສຕ໌ ໃນວັນອາທິດມື້ນີ້.
ພວກເຫັນເຫດການເວົ້າວ່າ ຕໍາຫລວດໄດ້ຢຸດພວກສະມາຊິກຂອງໂບດ Shouwang ທີ່ບໍ່ໄດ້ຂຶ້ນທະບຽນກັບທາງການນັ້ນ ເວລາພວກເຂົາເຈົ້າໄປເຕົ້າໂຮມກັນຢູ່ເດີ່ນສາທາ ລະນະແຫ່ງນຶ່ງ ໃນເຂດເໜືອຂອງນະຄອນຫລວງປັກກິ່ງ ແລະກວດຕ້ອນເອົາຢ່າງນ້ອຍ 30 ຄົນ ຂຶ້ນລົດເມ ໄປຍັງສະຖານີຕໍາຫລວດ.
ພວກສະມາຊິກໂບດດັ່ງກ່າວພາກັນໄປເຕົ້າໂຮມໃນທີ່ສາທາລະນະ ລຸນຫລັງທີ່ຖືກຂັບໄລ່ ເມື່ອ 3 ອາທິດກ່ອນ ອອກຈາກບ່ອນໂຮມຊຸມນຸມປະຈໍາ ທີ່ເຂົາເຈົ້າເຊົ່າເອົານັ້ນ.
ຈີນລະບຸວ່າ ທຸກໆໂບດຈະຕ້ອງຂຶ້ນທະບຽນກັນທາງການ ແລະລັດຖະບານປັກກິ່ງໄດ້ທໍາການກວດລ້າງເປັນປະຈໍາ ຕໍ່ພວກໂບດ ທີ່ບໍ່ຈົດທະບຽນແລະຈັດຕັ້ງຂຶ້ນຢູ່ຕາມບ້ານນັ້ນ.