ຈີນໄດ້ຕັດຈຳນວນເງິນທີ່ທະນາຄານຂອງຕົນ ຕ້ອງເກັບໄວ້ເປັນ
ເງິນສຳຮອງລົງ ຊຶ່ງເປັນການເຄື່ອນໄຫວທີ່ແນໃສ່ເພື່ອຈະອຳນວຍ
ຄວາມສະດວກ ໃຫ້ພວກທະນາຄານເຫຼົ່ານີ້ ໃຫ້ເງິນກູ້ຢືມເພີ້ມຂຶ້ນ
ເພື່ອທີ່ຈະຊຸກຍູ້ເສດຖະກິດຂອງປະເທດ ທີ່ພວມຕົກຕ່ຳລົງນັ້ນ.
ທະນາຄານປະຊາຊົນຂອງຈີນ ໄດ້ກ່າວໃນວັນພຸດວານນີ້ວ່າ
ຕົນໄດ້ຫຼຸດຈຳນວນເງິນສຳຮອງທີ່ໄດ້ບັງຄັບໃຫ້ທະນາຄານ
ພານິດເກັບໄວ້ນັ້ນ ລົງເຄິ່ງເປີເຊັນ ເປັນ 19.5 ເປີເຊັນ. ທະນາ
ຄານປະຊາຊົນຈີນ ຍັງໄດ້ຕັດຈຳນວນເງິນສຳຮອງດັ່ງກ່າວ
ລົງເຕັມນຶ່ງເປີເຊັນ ສຳຫຼັບທະນາຄານ ທີ່ໃຫ້ ເງິນກູ້ຢືມ ໃນດ້ານ
ການກະເສດ ແລະໂຄງການເຂື່ອນໄຟຟ້າພະລັງນ້ຳທັງຫຼາຍ ທີ່ເຫັນດີຈາກປັກກິ່ງນັ້ນ.
ການຕັດເງິນສຳຮອງລົງທີ່ວ່ານີ້ ແມ່ນເປັນຄັ້ງທຳອິດໃນຮອບ 3 ປີຂອງຈີນ ຊຶ່ງໃນທັນທີມັນ
ໄດ້ ເພີ້ມເງິນປະມານ 96 ພັນລ້ານໂດລ່າ ເຂົ້າໃສ່ໃນງົບດຸນຫຼືບັນຊີລາຍໄດ້ລາຍຈ່າຍຂອງທະນາ ຄານຈີນ.
ເສດຖະກິດຂອງຈີນ ຊຶ່ງເປັນເສດຖະກິດທີ່ໃຫຍ່ອັນດັບ 2 ຂອງໂລກ ຮອງຈາກສະຫະລັດນັ້ນ
ໄດ້ຂະຫຍາຍຕົວ 7.4 ເປີເຊັນ ໃນປີກາຍນີ້ ຊຶ່ງນັ້ນເປັນການຂະຫຍາຍຕົວຫຼາຍກວ່າ ສະຫະ
ລັດ ຢູໂຣບແລະຍີ່ປຸ່ນ ແຕ່ມັນກໍເປັນການຂະຫຍາຍຕົວທີ່ອ່ອນເເອສຸດ ໃນຮອບ 24 ປີ ຂອງຈີນ.