ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນ 4 ຄົນ ເສຍຊີວິດ ໃນແຜ່ນດິນໄຫວ ທີ່ຈີນ


ແຜນທີ່ຈີນ
ແຜນທີ່ຈີນ

ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ກ່າວ​ວ່າ ​ແຜ່ນດິນ​ໄຫວ​ໄດ້​ປະ​ທະ​ຂົງ​ເຂດ
​ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ບໍ່​ໜາແໜ້ນ​ປານ​ໃດ​ໃນ​ພາກ​ຕາ​ເວັນ​ຕົກ​
ຂອງ​ຈີນ ​ເຮັດ​ໃຫ້ຢ່າງ​ໜ້ອຍ 4 ຄົນ​ເສຍ​ຊີວິດ ​ແລະ​ຫຼາຍ​ກວ່າ
50 ຄົນ​ໄດ້​ຮັບບາດ​ເຈັບ.

ອົງການ​ສຳ​ຫລວດ​ທໍລະນີວິທະຍາ​ຂອງ​ສະຫະລັດ ​ກ່າວ​ວ່າ ຄວາມ
​ແຮງ​ຂອງ​ແຜ່ນດິນ​ໄຫວ​ຄັ້ງ​ນີ້ ແມ່ນ 5.9 ຣິກ​ເຕີ ​ເລິກ​ລົງ​ໄປ 14
ຫຼັກກິ​ໂລ​ແມັດ ​ແລະ​ກ່າວ​ວ່າ ​ແຜ່ນດິນ​ໄຫວ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​
ຕອນ​ບ່າຍໆວັນ ​ເສົາ​ວານ​ນີ້ ຢູ່​ຫ່າງ​ຈາກ​ເມືອງ Kangding ໃນ​
ແຂວງ​ຊີ​ສວນ 30 ຫຼັກ​ກິ​ໂລ​ແມັດ​.

ມີ​ບ້ານ​ເຮືອນ​ບາງ​ຫຼັງ​ໄດ້​ພັງ​ທະລາ​ຍລົງ ​ແລະ​ອີກ​ຫຼາຍ​ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ອົງການ​ຂ່າວ​ຊິນ​ຫົວ ທາງ​ການ​ຈີນ ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ອາທິດ​ມື້​ນີ້ີ້ວ່າ ພວກ​ນັກ​ຮຽນ 42 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ແລ່ນ​ຢຽບ​ກັນ​ທີ່​ໂຮງຮຽນປະຖົມ​ແຫ່ງ​ນຶ່ງ​ໃນ​ເມືອງ Tagong ​ໃນຂະນະ​ທີ່​ແລ່ນ​ໄປ​ຫາ​ບ່ອນ​ປອດໄພ​ນັ້ນ.

​ເວລາ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ກຳລັງ​ປະ​ເມິ​ນ​ເບິ່ງ​ຄວາມ​ເສຍ​ຫາຍ​ຢູ່.

​ໃນ​ຂະນະ​ດຽວ​ກັນ ການ​ທຳ​ຄວາມ​ສະອາດ​ໄດ້​ເລີ້ມ​ຂຶ້ນ​ແລ້ວ ​ໃນ​ເຂດທີ່​ເປັນ​ພູດ​ອຍ​ແຫ່ງ​
ນຶ່ງ​ໃນ​ພາກ​ກາງ​ຍີ່ປຸ່ນ ບ່ອນ​ທີ່​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 6.8 ຣິກ​ເຕີ ​ປະ​ທະ​ໃນ​ຄືນ​ວັນ​ເສົາ​ຜ່ານ​ມາ​ນີ້ ເຮັດ​ໃຫ້​ຜູ້ຄົນ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ໜ້ອຍ 39 ຄົນ ​ແລະ​ເຮັດ​ໃຫ້​ບ້ານ​ເຮືອນ​ຫຼາຍ​ຫຼັງພັງ​ທະລາ​ຍລົງ.

​ແຜ່ນດິນ​ໄຫວ​ດັ່ງກ່າວ​ ມີ​ຈຸດ​ໃຈກາງ​ໃກ້​ກັບ​ເມືອງ Nagano ​ແລະ​ສົ່ງ​ແຮງ​ກະທົບກະ​ເທືອ​ນ​ໄປ​ໄກ​ຮອດນະ​ຄອນ​ຫຼວງ​ໂຕ​ກຽວ. ​ໃນ​ເມື່ອວ່າ ​ແຜ່ນດິນ​ໄຫວ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ເລິກເຂົ້າ
ໄປຢູ່ໃນໃຈກາງຂອງປະເທດ ຈຶ່ງ​ບໍ່​ມີ​ການ​ອອກ​ຄຳ​ເຕືອນ​ກ່ຽວກັບ​ຄື້ນຟອງ​ຍັກ​ສຸ​ນາ​ມິ.

CHINA QUAKE VO
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG