ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

14 ຄົນເສຍຊີວິດ ຍ້ອນແຜ່ນດິນໄຫວຢູ່ຈີນ


ພວກກູ້ໄພ ຊອກຫາຜູ້ລອດຊີວິດມາໄດ້ ຫຼັງຈາກເກີດແຜ່ນດິນໄຫວ ທີ່ແຂວງຢຸນນານ (10 ມີນາ 2011)
ພວກກູ້ໄພ ຊອກຫາຜູ້ລອດຊີວິດມາໄດ້ ຫຼັງຈາກເກີດແຜ່ນດິນໄຫວ ທີ່ແຂວງຢຸນນານ (10 ມີນາ 2011)

ເຈົ້າໜ້າທີ່ຈີນກ່າວວ່າແຜ່ນດິນໄຫວໄດ້ເຮັດໃຫ້ຕຶກອາຄານ
ພັງ​ລົງແລະມີຜູ້ເສຍຊີວິດຢ່າງນ້ອຍ 14 ຄົນ ທີ່ແຂວງຢຸນ
ນານໃນພາກຕາເວັນຕົກສຽງໃຕ້ຂອງຈີນໃກ້ໆກັບຊາຍແດນ
ມຽນມາ.

ອົງການຂ່າວຊິນຫົວຂອງທາງການຈີນອ້າງຄຳເວົ້າຂອງພວກເຈົ້າໜ້າທີ່ທ້ອງຖິ່ນທີ່ກ່າວວ່າ
ຍັງມີຫຼາຍກວ່າ 150 ຄົນໄດ້ຮັບບາດເຈັບຈາກແຜ່ນດິນໄຫວທີ່ເກີດຂຶ້ນບໍ່ດົນຫຼັງຈາກຕອນ
ທ່ຽງຂອງວັນພະຫັດມື້ນີ້.

ອົງການຂ່າວຕ່າງໆ ອ້າງຄຳເວົ້າຂອງພວກເຈົ້າໜ້າທີ່ໃນເຂດດັ່ງກ່າວ ທີ່​ເວົ້າວ່າ ມີເຮືອນ
ຫຼາຍໆຫຼັງແລະສ່ວນນຶ່ງຂອງຕະຫຼາດຊູເປີ້ມາກເກັດພັງລົງມາເຮັດໃຫ້ຜູ້ຄົນຈຳນວນນຶ່ງຕົກ
ຄ້າງຢູ່ທາງໃນ.

ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດ ກ່າວວ່າ ແຜ່ນດິນໄຫວ ທີ່ມີຄວາມແຮງ
5.4 ຄັ້ງ​ນີ້ແມ່ນມີຈຸດສູນກາງປະມານ 250 ຫຼັກກິໂລແມັດຫ່າງຈາກເມືອງ Dali ໃນແຂວງ
ຢຸນນານໄປທາງຕາເວັນຕົກສຽງໃຕ້ ແລະປະມານ 350 ຫຼັກກິໂລແມັດ ຫ່າງຈາກເມືອງ
Mandalay ຂອງມຽນມາ ໄປທາງຕາເວັນອອກສຽງເໜືອ ​ແລະ​ຢູ່ໃຕ້ພື້ນດິນ ເລິກລົງໄປ
ປະມານ 35 ກິໂລແມັດ ແຕ່ລາຍງານຂ່າວຂອງຈີນເວົ້າວ່າ ເກີດຢູ່ເລິກລົງໄປແຕ່ພຽງ 10
ກິໂລແມັດທໍ່ນັ້ນ.

ນອກນັ້ນແລ້ວ ອົງການຂ່າວຊິນຫົວຍັງລາຍງານວ່າ ໄດ້ເກີດໄຟຟ້າມອດແລະມີການສົ່ງກຳ
ລັງທະຫານປະມານ 400 ຄົນໄປຍັງບໍລິເວນທີ່ເກີດເຫດ. ໃນເວລານີ້ ຍັງບໍ່ທັນມີລາຍງານ
ກ່ຽວກັບຜົນກະທົບຈາກແຜ່ນດິນໄຫວດັ່ງກ່າວໃນເຂດມຽນມາເທື່ອ.

XS
SM
MD
LG