ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດຈີນຢ້ຽມຢາມ ເຂດແຜ່ນດິນໄຫວ


ວັນອາທິດມື້ນີ້ ທ່ານຫູຈິນ​ເຖົາ ປະທານປະ​ເທດຈີນ ໄດ້ພົບປະກັບພວກ ທີ່ລອດ​ຊີວິດ​ມາໄດ້​ຈາກ​ໄພແຜ່ນດິນໄຫວ ທີ່​ໄດ້​ທຳລາຍຂົງເຂດພາກຕາ ເວັນຕົກຂອງຈີນຢ່າງ​ໜັກ ​ໃນ​ອາທິດ​ແລ້ວນີ້. ທ່ານຫູ ໄດ້ຕັດລາຍການ ຢ້ຽມຢາມຂົງ​ເຂດອາເມລິກາ​ໃຕ້ລົງ ເພື່ອກັບ​ຄືນ​ໄປຮັບ​ມືກັບ​ໄພພິບັດດັ່ງ ກ່າວ. ​ທ່ານກຳລັງຢ້ຽມຢາມ​ເຂດ Yushu ​ໃນແຂວງ Qinghai ເພື່ອ ຊີ້ນຳ​ໃນ​ການ​ປະຕິບັດວຽກ​ງານບັນເທົາທຸກ ແລະຢ້ຽມຢາມພວກ​ທີ່​ໄດ້ ຮັບເຄາະຈາກ​ໄພແຜ່ນດິນ​ໄຫວ ແຮງຂະໜາດ 6.9 ຣິກເຕີ ທີ່​ປະ​ທະ​ເຂດ​ນັ້ນ ເມື່ອວັນພຸດຜ່ານມາ.

ນາຍແພດກັບນາງພະຍາບານຈີນ ຊ່ວຍເຫລືອພວກໄດ້ຮັບບາດເຈັບ ຈາກແຜ່ນດິນໄຫວ ທີ່ຈິງຫາຍ
ນາຍແພດກັບນາງພະຍາບານຈີນ ຊ່ວຍເຫລືອພວກໄດ້ຮັບບາດເຈັບ ຈາກແຜ່ນດິນໄຫວ ທີ່ຈິງຫາຍ

ອົງການຂ່າວຊິນຫົວຂອງທາງການຈີນ ລາຍງານ​ໂຕ​ເລກຜູ້ເສຍຊີວິດ ​ໃນວັນອາທິດມື້ນີ້ ວ່າ​ມີຈຳນວນ 1,706 ຄົນ ​ແລະ​ເຈົ້າໜ້າ​ທີ່​ຈີນກ່າວ ວ່າຜູ້ໄດ້ຮັບບາດເຈັບມີຈຳນວນເກືອບຮອດ 12,000 ຄົນ. ນອກນີ້ ພວກກູ້​ໄພກໍ​ຍັງກຳລັງຊອກຄົ້ນຫາ ພວກທີ່ຫາຍສາບສູນອີກຫລາຍ ຮ້ອຍຄົນ.

ຂົງເຂດ Yushu ທີ່​ຕັ້ງຢູ່​ໃນລະດັບສູງໃນ​ເຂດ​ພູ​ເຂົາ​ນັ້ນ ມີອາກາດ ໜາວຈັດ ຊຶ່ງເປັນອຸປະສັກຕໍ່​ການການກູ້​ໄພ. ພວກປະຊາຊົນສ່ວນ ໃຫຍ່ຢູ່ໃນເຂດນີ້ ແມ່ນ​ເປັນຊາວທິເບດ.

ໃນວັນເສົາວານນີ້ ພວກພະສົງໄດ້ທຳການຊາປະນະກິດສົບພວກເຄາະ ຮ້າຍ ທີ່ເສຍຊີວິດຍ້ອນ​ໄພແຜ່ນດິນໄຫວ ຫລາຍຮ້ອຍຄົນລວມກັນ ຊຶ່ງ ເປັນການປະຕິບັດ ທີ່ຂັດກັບປະເພນີຂອງພວກເຂົາເຈົ້າ ທີ່ປະຊາກສົບ ໄວ້ໃຫ້ແຮ້ງກິນນັ້ນ.

XS
SM
MD
LG