ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພິທີໄວ້ອາໄລ ແກ່ພວກເຄາະຮ້າຍ ຍ້ອນແຜ່ນດິນໄຫວຢູ່ຈີນ


ປະຊາຊົນ ແລະພະນັກງານກູ້ໄພ ທີ່ແຂວງ QINGHAI ໃນພາກຕາເວັນຕົກຂອງຈີນ ໄດ້ໄປໂຮມຊຸມນຸມກັນ ໃນວັນພຸດມື້ນີ້ ເພື່ອໄວ້ອາໄລ ໃຫ້ແກ່ພວກເຄາະຮ້າຍ ຈາກແຜ່ນດິນໄຫວຮ້າຍແຮງ ໃນສັບປະດາແລ້ວ. ໃນພິທີ ຊຶ່ງມີການຖ່າຍທອດສົດ ໂດຍໂທລະພາບ ຂອງທາງການຈີນນັ້ນ ປະຊາຊົນຈຳນວນຫລາຍຮ້ອຍຄົນ ທີ່ເມືອງ XINING ທີ່ວ່າການແຂວງຂອງແຂວງ QINGHAI ໄດ້ພາກັນກົ້ມຫົວລົງ 3 ເທື່ອ ດ້ວຍຄວາມສະງົບ ຂະນະທີ່ສຽງຫວໍ ແລະສຽງແກລົດດັງຂຶ້ນ ຢູ່ຂ້າງຫລັງ ຂອງພວກເຂົາເຈົ້ານັ້ນ. ພິທີແບບດຽວກັນນີ້ ກໍໄດ້ຖືກຈັດຂຶ້ນ ທ່າມກາງຊາກພັກພັງ ທີ່ເມືອງ YUSHU ຊຶ່ງເປັນຈຸດສູນກາງ ໃນການເກີດ ແຜ່ນດິນໄຫວຮ້າຍແຮງ ໃນເຂດທີ່ສອກຫລີກຫ່າງໄກ ບ່ອນທີ່ມີຜູ້ເສຍຊີວິດ 2 ພັນ 64 ຄົນ ແລະຍັງມີ 175 ຄົນ ຊອກຫາບໍ່ທັນພໍ້ເທື່ອ. ທີ່ນະຄອນຫລວງປັກກິ່ງ ທ່ານ HU JINTAO ປະທານປະເທດຈີນ ໄດ້ນຳພາ ພວກຜູ້ນຳ ພັກຄອມມູນິດ ຢືນສະງົບ ສະຕິອາລົມ ໄວ້ອາໄລ ໃຫ້ແກ່ພວກເຄາະຮ້າຍ ທີ່ຈະຕຸລັດ ທຽນອັນເໝິນ. ລັດຖະບານຈີນ ໄດ້ສັ່ງໃຫ້ ຊັກທຸງຊາດ ຂຶ້ນເຄິ່ງເສົາ ໃນທົ່ວປະເທດ ແລະຢູ່ຕາມ ສະຖານທູດ ແລະກົງສຸນຕ່າງໆ ຂອງຈີນ ໃນທົ່ວໂລກ ເພື່ອໄວ້ອາໄລ ໃຫ້ແກ່ພວກທີ່ເສຍຊີວິດ ຈາກແຜ່ນດິນໄຫວ ທີ່ມີຄວາມແຮງແທກໄດ້ 6.9 ຊຶ່ງໄດ້ເກີດຂຶ້ນ ໃນເຂດພູພຽງທິເບດ ເມື່ອວັນທີ 14 ເມສາ ຜ່ານມານີ້. ລາຍການບັນເທິງສົດ ແລະຖ່າຍທອດ ທາງໂທລະພາບຕ່າງໆ ຮວມທັງ ການແຂ່ງຂັນກິລາ ໄດ້ຖືກໂຈະ ຫຼືຕັດລົງ ສຳລັບມື້ນີ້.

XS
SM
MD
LG