ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຜ່ນດິນໄຫວ - ຈີນ


ພວກພະນັກງານກູ້ໄພສຸກເສີນ ພວມຊອກຫາຊ່ອງທາງ ໃຫ້ການຊ່ອຍເຫຼືອ ແກ່ຜູ້ທີ່ໄດ້ຮັບບາດເຈັບ ແລະບໍ່ມີບ່ອນພັກພາອາໄສ ຈາກໄພແຜ່ນດິນໄຫວຮ້າຍແຮງ ໃນສັບປະດານີ້ ຢູ່ໃນພາກຕາເວັນຕົກຂອງຈີນ ບ່ອນທີ່ໂຕເລກ ຜູ້ເສັຽຊີວິດ ໄດ້ເພີ້ມຂຶ້ນເປັນ 791 ຄົນແລ້ວ. ພວກນາຍໝໍ ກຳລັງໃຫ້ການປິ່ນປົວພະຍາບານ ແກ່ຜູ້ໄດ້ຮັບບາດເຈັບ ປະມານ 11 ພັນຄົນ ຈາກແຜ່ນດິນໄຫວ ທີ່ມີຄວາມແຮງແທກໄດ້ 6.9 ໃນມື້ວັນພຸດຜ່ານມາ ທີ່ມີຈຸດສູນກາງ ໃນເຂດເມືອງ YUSHU ຊຶ່ງເປັນເຂດສອກຫລີກຫ່າງໄກ ໃນແຂວງ QINGHAI ທີ່ມີເຂດແດນ ຕິດກັບແຄວ້ນທິເບດນັ້ນ. ແຜ່ນດິນໄຫວທີ່ວ່ານີ້ ໄດ້ເຮັດໃຫ້ ຕຶກອາຄານຈຳນວນນຶ່ງ ພັງລົງມາ ຖນົນຫົນທາງ ຖືກທຳລາຍສາຍ ໄຟຟ້າແລະໂທຣະສັບ ຖືກຕັດຂາດ. ພວກທີ່ລອດຊີວິດມາໄດ້ ຕລອດທັງພວກກູ້ໄພ ຕ້ອງໄດ້ຕໍ່ສູ້ ກັບສະພາບອາກາດ ທີ່ໜາວຈັດ ແລະຄວາມສູງ. ເຂດທີ່ປະສົບໄພພິບັດ ແມ່ນຢູ່ໃນບໍລິເວນ ພູພຍງທິເບດ ທີ່ສູງກວ່າລະດັບນ້ຳທະເລ ປະມານ 400 ແມັດ. ພວກພະສົງຂອງທິເບດ ໄດ້ໄປຊ່ອຍ ພະນັກງານກູ້ໄພ ທີ່ເມືອງ JIEGU ຊຶ່ງໄດ້ຮັບ ຄວາມເສັຍຫາຍຢ່າງໜັກນັ້ນ ຂຸດຄົ້ນຕາມຊາກຫັກພັງ ເພື່ອຊອກຫາ ພວກທີ່ອາດ ລອດຊີວິດມາໄດ້. ປະທານປະເທດຈີນ ທ່ານ HU JINTAO ພວມເດີນທາງ ກັບຄືນປະເທດ ລຸນຫລັງທີ່ໄດ້ຍົກເລີກ ແຜນການເດີນທາງ ໄປຢ້ຽມຢາມເຂດ ອະເມລິກາລາຕິນ.

ກ່ຽວຂ້ອງກັນ

XS
SM
MD
LG