ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນຈັບພວກຄ້າຂາຍ ຢາເສດຕິດ ທາງອິນເຕີແນັຕ 12 ພັນຄົນ


ທ່ານ ຫູຈິນເຖົາ ປະທານປະເທດຈີນ.
ທ່ານ ຫູຈິນເຖົາ ປະທານປະເທດຈີນ.


















ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຈີນ​ກ່າວ​ວ່າ ຕໍາຫລວດ​ໄດ​ທໍາ​ການ​ຈັບກຸມ​ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 12 ພັນ​ຄົນ​ ແລະ​ຍຶດຢາ​ເສບ​ຕິດ​ຜິ​ດກົ​ດໝາຍ​ໄດ້ 300 ກິໂລ​ ໃນ​ການ​ປາບ​ປາມ​ການຄ້າຂາຍ​ຢາເສບ​ຕິດ​ໃນ​ທົ່ວ​ປະ​ເທດ ​ໂດຍ​ຜ່ານ​ທາງຄອມ​ພີ​ວ​ເຕີ​ໃນເວັບ​ໄຊ້ທ໌ສົນທະນາ​ກັນ​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຈີນ​ກ່າວ​ວ່າ ​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຮັບ​ຄໍາ​ສັ່ງ​ໃຫ້​ຕິດຕາມ​ເບິ່ງ​ກ່ຽວ​ກັບ​ການ​ຄ້າຂາຍ​ຢາ​ເສບ​ຕິດ​ທາງ​ຄອມ​ພີ​ວ​ເຕີນີ້ ຫລັງ​ຈາກ​ມີ​ການພົບ​ເຫັນ​ຫ້ອງ​ເວັບ​ໄຊ້ສົນທະນາກັນ​ທາງ​ຄອມ​ພີ​ວ​ເຕີ​ຫລາຍໆແຫ່ງທີ່​ຂາຍ​ຢາ​ເສບ​ຕິດ​ໃນ​ເມືອງ ລານ​ໂຈ ​ແລະ​ເມືອງ​ຊີ​ອານ​ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ອົງການ​ຂ່າວ​ຊິນ​ຫົວ​ກ່າວ​ວ່າ ພວກ​ລູກ​ຄ້າ​ໃໝ່​ສາມາດ​ເຂົ້າ​ໄປ​ເວັບ​ໄຊ້ສົນທະນາ​ກັນນີ້​ໄດ້ ຖ້າ​ຫາກ​ເຂົາ​ເຈົ້າ​ຖືກ​ແນະ​ນໍາ​ໂດຍ​ພວກ​ທີ່ໃຊ້ເວັບ​ໄຊ້ທ໌ນີ້​ຢູ່​ແລ້ວ​ເທົ່າ​ນັ້ນ.

ຕໍາຫລວດ​ໄດ້​ເລີ້ມ​ທໍາ​ການ​ຈັບ​ກຸມ​ພວກ​ຜູ້ຕ້ອງສົງ​ໄສໃນ​ຄະດີ​ນີ້ໃນເດືອນກັນຍາ​ຜ່ານ​ມາ.

XS
SM
MD
LG