ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ບໍ່ສົນໃຈ ກັບການຖືກປະຕິເສດ ບໍ່ໃຫ້ເຂົ້າຮ່ວມ ໃນການຊ້ອມຮົບ ທີ່ນຳພາໂດຍ ສະຫະລັດ


ກຳປັ່ນຂອງກອງທັບນາວິກະໂຍທິນ ສະຫະລັດ, ຊີເລ, ເປຣູ, ຝຣັ່ງ ແລະ ການາດາ ເຂົ້າຮ່ວມໃນການຊ້ອມຮົບ ໃນມະຫາ
ສະໝຸດ ປາຊີຟິກ. 24 ມິຖຸນາ, 2018. (ກອງທັບນາວິກະໂຍທິນ ສະຫະລັດ)
ກຳປັ່ນຂອງກອງທັບນາວິກະໂຍທິນ ສະຫະລັດ, ຊີເລ, ເປຣູ, ຝຣັ່ງ ແລະ ການາດາ ເຂົ້າຮ່ວມໃນການຊ້ອມຮົບ ໃນມະຫາ ສະໝຸດ ປາຊີຟິກ. 24 ມິຖຸນາ, 2018. (ກອງທັບນາວິກະໂຍທິນ ສະຫະລັດ)

ບັນດານັກຊ່ຽວຊານເຊື່ອວ່າ ປະເທດ ຈີນ, ເຖິງແມ່ນວ່າ ຈະໄດ້ຖືກຫ້າມຈາກການຊ້ອມ
ຮົບ ທາງທະເລຫຼາຍປະເທດ ທີ່ໃຫຍ່ທີ່ສຸດຂອງໂລກໃນປີນີ້ກໍຕາມ, ແຕ່ຈະບໍ່ສົນໃຈ
ກັບການຢັບຢັ້ງດັ່ງກ່າວ ເພາະວ່າເຂົາເຈົ້າ ໄດ້ລວບລວມອຳນາດພຽງພໍ ໃນຄວາມຂັດ
ແຍ້ງ ທາງທະເລຂອງ ເອເຊຍ ເພື່ອເຮັດໃຫ້ເຂົາເຈົ້າ ມີຄວາມເປັນຫ່ວງໜ້ອຍລົງ ກ່ຽວ
ກັບ ການຝຶກຊ້ອມຕ່າງໆນຳໜ້າໂດຍ ສະຫະລັດ.

ສະຫະລັດ ບໍ່ໄດ້ເຊື້ອເຊີນ ຈີນ ເຂົ້າຮ່ວມ ໃນການຝຶກຊ້ອມທາງທະຫານຂອບມະຫາ
ສະໝຸດ ປາຊີຟິກ ຍ້ອນຂໍ້ຄິດເຫັນ ກ່ຽວກັບ ການຂະຫຍາຍເຂດແດນທາງທະເລຂອງ
ຈີນ, ອີງຕາມການກ່າວໃນຖະແຫຼງການສະບັບນຶ່ງຂອງກະຊວງປ້ອງກັນປະເທດ
ສະຫະລັດ ເມື່ອວັນທີ 2 ມິຖຸນາທີຜ່່ານມາ. ການຝຶກຊ້ອມຕ່າງໆເປັນທີ່ຮູ້ຈັກກັນດີວ່າ
RIMPAC ເຊິ່ງໄດ້ນຳເອົາ 25 ປະເທດ, ເຮືອ 45 ລຳ ແລະ ຄົນ 25,000 ຄົນມາຝຶກ
ຊ້ອມຮ່ວມກັນ.

ບັນດານັກວິເຄາະເວົ້າວ່າ ປັກກິ່ງ ບໍ່ຈຳເປັນຈະຕ້ອງກັງວົນວ່າ ເພາະວ່າ ເຂົາເຈົ້າໄດ້
ຕິດຕັ້ງກຳລັງທະຫານໃສ່ໝູ່ເກາະທີ່ສຳຄັນຂອງເຂົາເຈົ້າໃນທະເລຈີນໃຕ້ແລ້ວ ໂດຍບໍ່
ຄຳນຶງເຖິງການປະທ້ວງຂອງບັນດາປະເທດໃນເອເຊຍຕາເວັນອອກສຽງໃຕ້ ແລະ
ໄດ້ຂະຫຍາຍກອງກຳລັງທາງທະເລ ທີ່ຂະຫຍາຍອອກໄປສູ່ມະຫາສະໝຸດປາຊີຟິກ
ເປີດກວ້າງ ເຖິງແມ່ນວ່າ ຈະມີການຄັດຄ້ານຈາກ ຍີ່ປຸ່ນ ແລະ ໄຕ້ຫວັນ ກໍຕາມ.

ທ່ານ ເຈຟຟຣີ ຄິງສຕັນ, ນັກຂຽນ ແລະ ອາຈານສອນປະຫວັດສາດຢູ່ມະຫາວິທະຍາ
ໄລ ເທັມໂປ ຂອງ ຍີ່ປຸ່ນ ກ່າວວ່າ “ເຂົາເຈົ້າຈະບໍ່ສົນໃຈດອກ. ຂ້າພະເຈົ້າຄິດວ່າ ເຂົາ
ເຈົ້າຮູ້ວ່າ ມັນມີຄວາມບໍ່ພໍໃຈ ກ່ຽວກັບ ການກະທຳຂອງເຂົາເຈົ້າ, ແຕ່ເຂົາເຈົ້າກໍຈະບໍ່
ກັງວົນຫຽັງກັບມັນດອກ.”

ການຊ້ອມຮົບ RIMPAC ສຳລັບປີ 2018 ໄດ້ເລີ່ມຂຶ້ນ ໃນສັບປະດາແລ້ວນີ້. ການຝຶກ
ຊ້ອມຫຼາຍຄັ້ງ ທີ່ໄດ້ມີການປະສານງານກັນຈາກນະຄອນ ໂຮໂນລູລູ ຂອງເກາະ
ຮາວາຍ ນັ້ນ ແມ່ນໄດ້ມີການໃຫ້ຄວາມສຳຄັນຫຼາຍທີ່ສຸດ ດ້ວຍການຝຶກຊ້ອມລົດຖັງ
ທີ່ຂັບໄດ້ຢູ່ເທິງບົກ ແລະ ນໍ້າໂດຍກອງກຳລັງ ສະຫະລັດ, ການາດາ ແລະ ເມັກຊິໂກ.

ເວັບໄຊຂອງກອງທັບນາວິກະໂຍທິນ ສະຫະລັດ ກ່າວວ່າ ການຝຶກຊ້ອມຕ່າງໆ, ເຊິ່ງ
ມີກຳນົດດຳເນີນໄປຮອດວັນທີ 16 ກໍລະກົດນັ້ນ, ຍັງຈະປະກອບມີການຊ້ອມຍິງ ດ້ວຍ
ລູກປືນແທ້, ການປ້ອງກັນຕົວ ແລະ ການຝຶກຊ້ອມການນຳພາຂອງກອງກຳລັງນ້ອຍ
ຕາມພາບທີ່ຄາດວ່າຈະເກີດຂຶ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG