ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເຄື່ອນໄຫວກຽມ ຂັດຂວາງ ການສະຫລອງ ເທດສະການ ກິນຊີ້ນໝາ ທີ່ຈີນ


ສະມາຊິກຂອງເຄືອຂ່າຍປົກປ້ອງສັດຈີນ ພາກັນນຸ່ງເສື້ອຍືດ ທີ່ຂຽນຂໍ້ຄວາມວ່າ "ຈົ່ງເຊົາກິນຊິ້ນແມວກັບໝາເສຍ". (AP Photo/Color China Photo)
ສະມາຊິກຂອງເຄືອຂ່າຍປົກປ້ອງສັດຈີນ ພາກັນນຸ່ງເສື້ອຍືດ ທີ່ຂຽນຂໍ້ຄວາມວ່າ "ຈົ່ງເຊົາກິນຊິ້ນແມວກັບໝາເສຍ". (AP Photo/Color China Photo)

ພວກ​ນັກ​ເຄື່ອນ​ໄຫວ​ປົກ​ປ້ອງສິດທິ​ຂອງສັດ ໄດ້​ໄປ​ເຕົ້າ​ໂຮມ​ກັນ​ທີ່ເມືອງ Jinhua ​ໃນ​ປະ​
ເທດ​ຈີນ ​ເພື່ອ​ເຮັດ​ໃຫ້​ແນ່​ໃຈວ່າ ເທດສະການສະຫຼອງການກິນຊີ້ນໝາ ໃນວັນອັງຄານມື້
ອື່ນນີ້ ຈະບໍ່​ໄດ້ເກີດຂຶ້ນຕາມໝາຍກໍານົດ.

ເມືອງຈິນຫົວ ຢູ່​ໃນແຂວງ Zhejiang ທາງພາກຕາເວັນອອກຂອງຈີນ ໄດ້ລົ້ມເລີກເທດ
ສະການດັ່ງກ່າວ ທີ່​ສະຫລອງ​ກັນ​ມາ​ເປັນ​ເວລາ 600 ປີ​ນັ້ນ ໃນເດືອນກັນຍາ​ແລ້ວ​ນີ້ ຫຼັງ
ຈາກພວກເຈົ້າໜ້າທີ່ທ້ອງ​ຖິ່ນໄດ້ຮັບ​ຄວາມອັບອາຍຂາຍໜ້າຍ້ອນການລົນນະລົງທາງອິນ
ເຕີເນັດຂອງພວກ​ນັກ​ເຄື່ອນ​ໄຫວເພື່ອ​ປົກ​ປ້ອງສັດນັ້ນ.

ໄດ້​ມີການ​ເອົາຮູບພາບທີ່ສະ​ຫຍົດ​ສະຫຍອງຂອງໝາທີ່ຍັງມີຊີວິດ ແລະຖືກມັດຕີນ ມັດ​
ປາກດ້ວຍ​ເສ້ນເຫຼັກລວດ ແລະຮູບ​ໝາ​ທີ່ຖືກຂ້າເປັນໆ ​ແລະ​ຕັດ​ເປັນ ຕ່ອນໆ ຫຼືບໍ່ກໍຄົວ
ເປັນອາຫານແລ້ວນັ້ນ ລົງແຜ່​ໄປ​ທົ່ວທາງ​ອິນ​ເຕີ​ເນັດ ຊຶ່ງ​ເປັນ​ການ​ສ້າງຄວາມກົດດັນຕໍ່
ການສະເຫຼີມສະຫຼອງດັ່ງກ່າວນີ້.

ພວກທີ່ຕໍ່ຕ້ານການກິນໝາກ່າວວ່າ ປະເພນີແບບນີ້ບໍ່ມີ​ເຫດ​ມີ​ຜົນ​ຫຍັງ​ເລີຍຢູ່ໃນສັງຄົມ
ທີ່ບໍ່ໄດ້ມີການອຶດຢາກຫຼືຂາດແຄນອາຫານການກິນ​ແລ້ວ​ນັ້ນ. ​ແຕ່ພວກທີ່ສະໜັບສະ
ໜຸນເທດສະການດັ່ງກ່າວນີ້ ​ເວົ້າວ່າການບໍລິໂພກຊີ້ນໝາແມ່ນສ່ວນນຶ່ງຂອງປະເພນີຈີນ.

XS
SM
MD
LG