ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ນະຄອນຊຽງໄຮ້ຂອງຈີນ ທໍາການປາບໝາຢ່າງໃຫຍ່


ນາງ Guo Huiying ຫລີ້ນກັບໝາຂອງລາວຊື່ Snow (ເບື້ອງຂວາ) ແລະ Xixi (ຢູ່ເບື້ອງຊ້າຍ) ທີ apartment ຂອງນາງທີ່ເມືອງຊຽງໄຮ້, ປະເທດຈີນ, ວັນທີ 13 ພຶດສະພາ 2011

ເມືອງ​ໃຫຍ່​ທີ່​ສຸດຂອງ​ຈີນ​ກໍາລັງ​ຈະ​ເລີ້ມ​ທໍາ​ການ​ປາບ​ປາມໝາ​ຢ່າງ​ໃຫຍ່ ເພື່ອ​ຄວບຄຸມ​ຈໍານວນ​ໝາ.

ເລີ້ມ​ແຕ່​ວັນ​ອາທິດ​ມື້​ນີ້​ໄປ ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ນະຄອນ​ຊຽງ​
ໄຮ້​ຈະ​ເລີ້ມຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ອະນຸຍາດ​ໃຫ້​ຄອບຄົວ​
ນຶ່ງ​ມີ​ໝາ​ພຽງໂຕ​ດຽວ ​ໃນ​ຂະນະ​ດຽວ​ກັນ​ກໍ​ຈັດ​ຕັ້ງ​ການ​ເກັບ​
ຄ່າ​ເປັນ​ເຈົ້າ​ຂອງ​ໝາ​ຕໍ່​າລົງ​ແລະ​ເສຍ​ຄ່າປັບ​ໄໝ​ແພງ​ຂຶ້ນ​ສໍາ
ລັບ​ພວກ​ເຈົ້າ​ຂອງ​ໝາ.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ນະຄອນ​ຊຽງ​ໄຮ້​ກ່າວ​ວ່າ ນະ​ໂຍບາຍ​ໃໝ່​ນີ້ ​ແມ່ນ​ມີ​ໄວ້​ເພື່ອ​ຊ່ອຍ​ພວກ​ເຂົາ​ເຈົ້າ​ຄວບ​ຄຸມ​ພົນລະ​ເມືອງ​ໝາທີ່​ກໍາລັງ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ນັບ​ມື້ ທີ່ມີ​ສ່ວນ​ພົວພັນ​ກັບ​ການລະບາດ​ຂອງ​ໂຣກໝາ​ວໍ້​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ເທດສະບານກ່າວ​ວ່າ ມີ​ໝາ​ຈໍານວນ​ປະ
ມານ 8 ​ແສນ​ໂຕ​ ຢູ່​ໃນ​ເມືອງ​ຊຽງ​ໄຮ້ ພ້ອມ​ກັບ​ພົນລະ
​ເມືອງ 23 ລ້ານ​ຄົນ​ ​ແຕ່​ມີ​ໝາ​ພຽງ​ແຕ່​ປະມານ 140 ພັນ
ໂຕ​ເທົ່າ​ນັ້ນ​ທີ່​ໄດ້​ລົງທະບຽນ. ພວກ​ຊາວ​ເມືອງ​ຊຽງ​ໄຮ້​ບາງ​ຄົນ​ພາ​ກັນ​ຈົ່ມ​ທຸກ​ວ່າ ພວກ​ເຈົ້າ
ຂອງໝາ​ຫລາຍ​ຄົນ​ພາກັນ​ປະປ່ອຍ​ໝາ​ຂອງ​ຕົນ​ໄວ້ ​ແລະ​ມາ​ບັດ​ນີ້​ພວກ​ເຂົາ​ເຈົ້າ​ກໍາລັງ​ປະ​
ເຊີນ​ພວກໝູ່ໝາ ທີ່ແລ່ນ​ໄປ​ແລ່ນ​ມາ​ຕາມຖະໜົນ​ຫົນທາງ​ສາຍ​ຕ່າງໆ​ນັ້ນ.

ສື່​ມວນ​ຊົນ​ຈີນ ກ່າວ​ວ່າ ນັບ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ ນະ​ຄອນ​ຊຽງ​ໄຮ້ໄດ້​ບັນທຶກ​ວ່າ​ຢ່າງ
ໜ້ອຍ​ມີ​ໝາ​ກັດ 1 ​ແສນ​ກໍລະນີ​ໃນ​ແຕ່ລະ​ປີ. ບັນດາ​ເຈົ້າ​ໜ້າ​ທີ່​ຍັງ​ກ່າວ​ເຊ່ນ​ກັນ​ວ່າ ຈໍານວນ
ໂຣກໝາ​ວໍ້​ກໍ​ໄດ້​ເພີ່ມ​ຂຶ້ນ​ເຊ່ນ​ກັນ.

ພາຍ​ໃຕ້​ນະ​ໂຍບາຍ​ໃໝ່ຂອງ​ນະຄອນ​ຊຽງ​ໄຮ້ ພວກ​ຄອບຄົວ​ໃດ​ທີ່​ມີ​ໝາຫລາຍ​ກວ່າ​ໂຕ​ນຶ່ງ​
ແລ້ວ ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ຕໍ່​ໄປ ຕາບ​ໃດ​ທີ່​ພວກ​ເຂົາ​ເຈົ້າໄປ​ລົງທະບຽນ​ໝາ​ຂອງ​ເຂົາ​ເຈົ້າ​
ກ່ອນ​ກົດໝາຍ​ສະບັບ​ໃໝ່​ຈະ​ມີ​ຜົນ​ບັງຄັບ​ໃຊ້.

XS
SM
MD
LG