ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼານຊາຍ ນັກເຄື່ອນໄຫວ ຕາບອດຈີນ ຖືກຕັດສິນ ຈຳຄຸກ 3 ປີກວ່າ


ແຜນທີ່ຈີນ
ແຜນທີ່ຈີນ
ຫຼານຊາຍຂອງນັກຄັດຄ້ານລັດຖະບານທີ່ຕາບອດ ທ່ານ Chen
Guangcheng ໄດ້ຖືກຕັດສິນໂທດ ໃຫ້ຈຳຄຸກ ເປັນເວລາ 3 ປີ
ກວ່າ ໃນຄະດີທີ່ພວກບັນດາກຸ່ມປົກປ້ອງສິດທິມະນຸດເບິ່ງກັນວ່າ ເປັນການແກ້ແຄ້ນຕໍ່ການຫຼົບໜີຂອງທ່ານ Chen ຈາກການກັກ
ບໍລິເວນ ໃນຕົ້ນປີນີ້.

ໃນວັນສຸກມື້ນີ້ ສານປະຊາຊົນຢູ່ເຂດເມືອງ Yinan ທາງພາກຕາ ເວັນອອກສຽງເໜືອຂອງຈີນໄດ້ພົບເຫັນວ່າທ້າວ Chen Kegui
ມີຄວາມຜິດໃນການໂຈມຕີເຈົ້າໜ້າທີ່ຊຶ່ງໃນຕົ້ນປີນີ້ໄດ້ບຸກເຂົ້າໄປ
ໃນເຮືອນຂອງລາວ ເພື່ອຊອກຫາ ລຸງຂອງລາວ. ກ່ອນໜ້ານີ້ ຈຳ
ເລີຍ ກໍໄດ້ຖືກກ່າວຫາມາແລ້ວ ໃນຂໍ້ຫາຄາດຕະກຳແຕ່ຄອບຄົວ
ຂອງລາວກ່າວວ່າຂໍ້ຫາດັ່ງກ່າວໄດ້ຫຼຸດຄວາມສຳຄັນລົງຍ້ອນເຈົ້າ ໜ້າທີ່ບໍ່ມີຫຼັກຖານພຽງພໍທີ່ຈະດຳເນີນຄະດີ.

ທ່ານ Chen Guangcheng ໄດ້ຖືກກັກບໍລິເວນເປັນເວລາ 19 ເດືອນຢູ່ທີ່ເຮືອນຂອງຜູ້ ກ່ຽວ ໃນແຂວງ Shandong ທາງພາກຕາເວັນອອກຂອງຈີນ ຍ້ອນໄດ້ເປີດເຜີຍກ່ຽວກັບ ການບັງຄັບຮີດລູກແລະການເຮັດຄວາມຜິດອື່ນໆຂອງພວກເຈົ້າໜ້າທີ່ທ້ອງຖິ່ນ.

ໃນເດືອນເມສາ ທ່ານໄດ້ຫຼົບໜີແລະເຂົ້າໄປໃນສະຖານທູດສະຫະລັດຊຶ່ງໄດ້ກໍ່ໃຫ້ເກີດບັນ ຫາຂັດແຍ້ງທາງດ້ານການທູດ ລະຫວ່າງປັກກິ່ງແລະວໍຊິງຕັນ. ໃນທີ່ສຸດ ທ່ານໄດ້ຮັບອະນຸ ຍາດໃຫ້ເດີນທາງມາຮຽນຕໍ່ຢູ່ທີ່ສະຫະລັດ. ທະນາຍຄວາມຕາບອດທ່ານນີ້ ເວລານີ້ອາໄສ ຢູ່ທີ່ນະຄອນນິວຢອກ.

ກ່ຽວຂ້ອງກັນ

XS
SM
MD
LG