ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານຈີນ ຕັດສິນປັບໃໝ ທ່ານ Ai Weiwei 2 ລ້ານ 4 ແສນໂດລາ


ທ່ານ Ai Weiwei ນັກສິນລະປິນ ທີ່ຕໍ່ຕ້ານລັດຖະບານ ກໍາລັງ ຈະອອກຈາກ ສານປະຊາຊົນຊັ້ນກາງ ນໍາເບີ 2 ທີ່ປັກກິ່ງ, ວັນທີ 27 ກັນຍາ 2012.
ທ່ານ Ai Weiwei ນັກສິນລະປິນ ທີ່ຕໍ່ຕ້ານລັດຖະບານ ກໍາລັງ ຈະອອກຈາກ ສານປະຊາຊົນຊັ້ນກາງ ນໍາເບີ 2 ທີ່ປັກກິ່ງ, ວັນທີ 27 ກັນຍາ 2012.
ສານແຫ່ງນຶ່ງຂອງຈີນ ໄດ້ຕັດສິນເຫັນພ້ອມກ່ຽວກັບການປັບໃໝ
2 ລ້ານ 4 ແສນໂດລາ ໃນການຫລົບຫລີກພາສີ ຕໍ່ທ່ານ Ai
Weiwei ນັກສິນລະປິນ ທີ່ຕໍ່ຕ້ານລັດຖະບານ.

ໃນການກ່າວຕໍ່ພວກນັກຂ່າວຢູ່ນອກສານໃນນະຄອນປັກກິ່ງໃນ
ວັນພະຫັດມື້ນີ້ ນັກສິນລະປິນ ທີ່ຖືກຮັບຮູ້ກັນໃນເວທີສາກົນ ເອີ້ນ
ການຕັດສິນດັ່ງກ່າວວ່າ ເປັນ “ເລື້ອງບໍ່ມີຢາງອາຍ” ໂດຍເວົ້າວ່າ
ທະນາຍຄວາມຂອງທ່ານ ບໍ່ໄດ້ຮັບອະນຸຍາດໃຫ້ໄປມີໜ້າໃນການ
ດຳເນີນຄະດີມື້ນີ້.

ມັນເປັນຄັ້ງທີສອງທີ່ທ່ານ Ai ໄດ້ຂໍໃຫ້ສານຕ່າວປີ້ນການປັບ
ໃໝຂອງຫ້ອງການພາສີຂອງນະຄອນປັກກິ່ງ ຕໍ່ບໍລິສັດຂອງ
ທ່ານ ທີ່ຊື່ວ່າບໍລິສັດ “Fake Cultural Department Limited
ທີ່ຈຳໜ່າຍ ຜົນງານສິນລະປະ ຂອງທ່ານ.

ທ່ານ Ai ທີ່ກ່າວອີກວ່າ ປະກົດວ່າບໍລິສັດຂອງທ່ານອາດຕ້ອງໄດ້ເສຍຄ່າປັບໃໝນັ້ນ
ໃຫ້ຄໍາເຫັນວ່າ ຜົນການຕັດສິນຂອງສານດັ່ງກ່າວສະແດງໃຫ້ເຫັນວ່າ “ບໍ່ມີລະບົບຍຸຕິ
ທໍາທີ່ເປັນທໍາເລີຍໃນຈີນ.”
XS
SM
MD
LG