ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຕັດສິນລົງໂທດ ຜູ້ຄັດຄ້ານລັດຖະບານ


ທ່ານ Hu Jintao ປະທານປະເທດຈີນ
ທ່ານ Hu Jintao ປະທານປະເທດຈີນ

ນັກ​ປະພັນ ​ແລະນັກ​ເຄື່ອນ​ໄຫ​ວ​ເພື່ອ​ປະຊາທິປະ​ໄຕ ລີ ທາຍ ​ໄດ້​ຖືກ​ຕັດສິນ​ໂທດ
ຈຳ​ຄຸກ 10 ຫລັງ​ຈາກ​ທ່ານ​ໄດ້ຂຽນ​ບົດ​ຄວາ​ມຫຼາຍໆ​ເລື່ອງ ຮຽກຮ້ອງໃຫ້​ປະ​ຊາຊົນ
ປົກປ້ອງສິດທິ​ຂອງ​ເຂົາ​ເຈົ້າ.

ພີ່ນ້ອງຄົນ​ນຶ່ງ​ຂອງ​ນັກ​ເຄື່ອນ​ໄຫ​ວທ່ານ​ນີ້​ ໄດ້​ກ່າວ​ໃນ​ວັນພ​ະຫັດ​ນີ້ມື້​ວ່າ ທ່ານລີ ​ໄດ້​
ຖືກພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ “ບ່ອນ​ທຳລາຍ​ອຳນາດຂອງ​ລັດ” ໂດຍສານ​ແຫ່ງ
ນຶ່ງໃນ​ພາ​ກກາງຂອງ​ປະ​ເທດ​ຈີນ ​ໃນຕົ້ນອາທິດ

ພີ່​ນອ້ງຂອງ​ທ່ານລີກ່າວ​ວ່າ ທ່ານ​ລີ​ໄດ້​ຢືນຢັນວ່າທ່ານ​ບໍ່​ມີ​ຄວາມ​ຜິດ​ຕະຫລອດ​ການ​ດໍາ
ເນີນ​ຄະ​ດີ ​ແລະ​ສານ​ໄດ້​ປະຕິ​ເສດ​ບໍ່​ຍອມ​ໃຫ້​ທ່ານ​ເລືອກ ທະນາຍຄວາມ​ທີ່​ຈະ​ມາ​ສູ້​ຄະດີ​
ໃຫ້​ທ່ານ​ເອງ​ໄດ້.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Wang Songlian ທີມີສຳນັກງານ​ຕັ້ງ​ຢູ່ຮົງ​ກົງ ​ໄດ້​ບອກກັບ
ວີ​ໂອ​ເອວ່າ ນັກ​ເຄື່ອນ​ໄຫ​ວ ອາ​ຍຸ 52 ປີທ່ານ​ນີ້​ໄດ້​ຖືກ​ຄຸກຍ້ອນ​ວ່າ​ທ່ານໄດ້​ພິມ​ເຜີຍ​ແຜ່
ບົດ​ຄວາມຕິ​ຕຽນລັດຖະບານ ​ແລະຊຸກຍູ້​ໃຫ້​ມີ​ປະ​ຊາ​ທິປະໄຕ​ ລົງ​ທາງ​ອິນ​ເຕີ​ແນັດ.

ທ່ານລີ ​ແມ່ນ​ນັກ​ເຄື່ອນ​ໄ​ຫວຈີນຄົນທີ​ສາມ​ ທີ່​ໄດ້​ຖືກ​ຕັດສິນ​ຈຳ​ຄຸກ​ເປັນ ​ເວລາ​ຍາວ​ນານ ​
ໃນ​ໄລຍະ​ບໍ່​ຮອດ​ນຶ່ງ​ເດືອນ ​ໃນ​ຂໍ້​ຫາ​ຍຸ​ຍົງ​ໃຫ້ບ່ອນ​ທຳລາຍ​ອຳນາດ​ຂອງ​ລັດ. ໃນ​ເດືອນ
ທັນວາ ທີ່​ຜ່ານ​ມາ ສານ​ຂອງຈີນ​ໄດ້​ຕັດ​ສີນ​ໂທດຈຳ​ຄຸກ ທ່ານ​ເຈັນ​ເວ ນັກ​ເຄື່ອນ​ໄຫວ
ປະຊາທິປະ​ໄຕ​ອະ​ວຸ​ໂສ ເປັນ​ເວລາ​ເກົ້າ​ປີ ​ແລະ​ຕັດສິນ​ໂທດໃຫ້ນັກ​ເຄື່ອນ​ໄຫວ ເຈັນສີ
ຈຳ​ຄຸກ​ເປັນ​ເວລາສິບ​ປີ ຫລັງ​ຈາກເຂົາ​ເຈົ້າ​ພາກັນພິມ​ເຜີຍ​ແຜ່​ບົດ​ຄວາ​ມທາງ​ອິນ​ເຕີແນັດ​
ທີ່​ລັດຖະບານ​ເຫັນ​ວ່າມີ​ເນື້ອ​ໄນ​ເພື່ອ​ບ່ອນ​ທຳລາຍ​ລັດຖະບານ​ນັ້ນ.

XS
SM
MD
LG