ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຈີນທຸບຕີ ນັກເຄື່ອນໄຫວຕາບອດ


ແຜນທີ່ຈີນ
ແຜນທີ່ຈີນ

ກຸ່ມປົກປ້ອງສິດທິມະນຸດທີ່ມີສຳນັກງານຢູ່ຮົງກົງກ່າວວ່າ ຕຳຫຼວດຈີນໄດ້ທຸບຕີນັກເຄື່ອນໄຫວ
ຕາບອດທີ່ຖືກກັກບໍລິເວນຢູ່ໃນພາກຕາເວັນອອກຂອງຈີນຍ້ອນພະຍາຍາມລັກລອບສົ່ງວີດີໂອ
ເທບໃນວັນສຸກມື້ນີ້ ອອກໄປໃຫ້ພາຍນອກຮູ້ ກ່ຽວກັບການດຳລົງຊີວິດແບບເຄັ່ງຄັດ ພາຍໃຕ້
ການກັກບໍລິເວນນັ້ນ.

ກຸ່ມປົກປ້ອງສິດທິມະນຸດຈີນກ່າວໃນວັນສຸກມື້ນີ້ວ່າ ນາຍ Chen Guangchen ໄດ້ຮັບບາດ
ເຈັບຮ້າຍແຮງຈົນບໍ່ສາມາດລຸກຈາກຕຽງໄດ້ ຍ້ອນການຖືກທຸບຕີຢູ່ທີ່ເຮືອນຂອງລາວ ໃນເຂດ
ຊົນນະບົດໃກ້ໆກັບເມືອງ Linyi ໃນແຂວງ Shandong ໃນມື້ວັນອັງຄານຜ່ານມາແລະບໍ່ໄດ້
ຮັບອະນຸຍາດ ໃຫ້ໄປຮັບການປິ່ນປົວຢູ່ທີ່ໂຮງໝໍ.

ນາຍ Chen ໄດ້ຖືກກັກບໍລິເວນໃນເດືອນກັນຍາປີກາຍຫຼັງຈາກໄດ້ຖືກຈຳຄຸກມາເປັນເວລາ 4
ປີລຸນຫຼັງທີ່ລາວໄດ້ເປີດເຜີຍໃຫ້ຊາບກ່ຽວກັບການເຮັດແທ້ງລູກ ຂອງພວກແມ່ຍິງຖືພາຫຼາຍໆ
ເດືອນທີ່ມີກັນຢ່າງແຜ່ກວ້າງ ແລະການບັງຄັບໃຫ້ເຮັດໝັນ ພາຍໃຕ້ນະໂຍບາຍຄວບຄຸມພົນ
ລະເມືອງຂອງຈີນທີ່ອະນຸຍາດໃຫ້ມີລູກໄດ້ແຕ່ພຽງຄົນດຽວນັ້ນ.

XS
SM
MD
LG