ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍ Chen Wei ນັກຄັດຄ້ານ ລັດຖະບານຈີນ ຖືກສານຕັດສິນ ຈຳຄຸກ 9 ປີ


ນັກຄັດຄ້ານລັດຖະບານ Chen Wei (23 ທັນວາ 2011)
ນັກຄັດຄ້ານລັດຖະບານ Chen Wei (23 ທັນວາ 2011)

ສານ​ແຫ່ງ​ນຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໄດ້​ຕັດສິນ​ໂທດ​ນັກ​ຄັດຄ້ານ​ລັດຖະ
ບານ​ທີ່​ສຳຄັນຄົນ​ນຶ່ງໃຫ້​ຈຳ​ຄຸກ​ເປັນ​ເວລາ 9 ປີ ຍ້ອນໄດ້​ຍຸ​ແຍ່​ໃຫ້​ມີ​ການ​ໂຄ່ນລົ້ມ​ລັດ
ຖະບານ.

ພວກ​ທະນາຍຄວາມ​ຂອງ​ນາຍ Chen Wei ກ່າວ​ວ່າ ລາວ​ໄດ້​ຖືກ​ດຳ​ເນີນ​ຄະດີ ຍ້ອນ​ບົດ​
ຄວາມ 4 ບົດ​ທີ່​ລາວ​ໄດ້​ຂຽນ​ແລະ​ພິມ​ເຜີຍ​ແຜ່​ທາງ​ອິນ​ເຕີ​ແນັດ ຊຶ່ງ​ໃຫ້ການ​ສະໜັບສະ
ໜຸນຕໍ່​ການ​ປະຕິ​ຮູບ​ປະຊາທິປະ​ໄຕ​ຢູ່​ໃນ​ປະ​ເທດ​ຈີນ ​ທີ່​ປົກຄອງ​ໂດຍ​ລະບອບ​ຄອມ​ມູນິສ
ນັ້ນ.

ພວກ​ທະນາຍຄວາມ​ກ່າວ​ວ່າ ການ​ດຳ​ເນີນ​ຄະດີ​ທີ່​ເມືອງ​ສຸຍ​ໜິງ ​ທີ່​ຕັ້ງຢູ່​ໃນ​ພາກຕາ​ເວັນ​ຕົກ
ສຽງ​ໃຕ້​ຂອງ​ຈີນ ​ໄດ້​ໃຊ້​ເວລາ​ບໍ່​ຮອດ 3 ຊົ່ວ​ໂມງ. ຫຼັງຈາກ​ໄດ້​ມີ​ການອອກ​ຄຳ​ພິພາກສາ​ແລ້ວ
ນາຍ Chen ​ເວົ້າ​ວ່າ ລາວ​ບໍ່ມີ​ຄວາມ​ຜິດ​ແລະ​ປະກາດວ່າລະບອບ​ຜະ​ເດັດ​ການຈະ​ປະສົບ​ກັບ
ຄວາມ​ຫາ​ຍານະ​ແລະ​ປະຊາທິປະ​ໄຕ​ຈະ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ແນ່ນອນ.

ນັກ​ຄັດຄ້ານ​ລັດຖະບານ​ອາຍຸ 41 ປີ​ຄົນ​ນີ້ ​ແມ່ນ​ນຶ່ງ​ໃນ​ຈຳນວນ​ພວກ​ນັກ​ເຄື່ອນ​ໄຫວ​ຫຼາຍໆ
ຮ້ອຍ​ຄົນ​ທີ່​ໄດ້​ຖືກ​ຈັບ ​ໃນ​ການ​ປາບ​ປາມຫຼັງຈາກ​ໄດ້​ມີ​ການ​ຮຽກຮ້ອງທາງ​ອິນ​ເຕີ​ແນັດ ​ເມື່ອ
ເດືອນ​ກຸມພາ​ຜ່ານ​ມາ​ໃຫ້​ປະຊາຊົນ​ຊາວ​ຈີນ​ເອົາ​ແບບຢ່າງພວກ​ປະ​ທ້ວງທີ່​ພາກັນ​ລຸກ​ຮື​ຂຶ້ນ​ໃນ
ລະດູບານ​ໃໝ່​ຂອງ​ຊາວ​ອາຣັບນັ້ນ.

XS
SM
MD
LG