ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ຈີນ ຕັດສິນລົງໂທດ ຜູ້ຄັດຄ້ານ ລັດຖະບານ ຈໍາຄຸກ 10 ປີ.


ນາຍ Chen Xi ຜູ້ຄັດຄ້ານລັດຖະບານຈີນທີ່ຖືກສານຕັດສິນລົງໂທດ ຈໍາຄຸກ 10 ປີ. ວັນທີ 26 ທັນວາ 2011.

ສານຂອງ​ຈີນ​ໄດ້​ຕັດສິນ​ໂທດ​ຈໍາ​ຄຸກ​ນາຍ Chen Xi ນັກຄັດຄ້ານລັດຖະບານ ເປັນເວລາ
10 ປີ ​ໃນ​ຂໍ້​ຫາ ຍຸຍົງສົ່ງເສີມ​ໃຫ້ໂຄ່ນລົ້ມລັດຖະບານ.

ຫຼັງຈາກການດໍາເນີນຄະດີເປັນເວລາສັ້ນໆໃນວັນຈັນມື້ນນີ້ ທີ່ເມືອງ Guiyan ຊຶ່ງເປັນ
ເມືອງຫຼວງຂອງແຂວງ Guizou ນັ້ນ. ນາຍ Chen ຍັງຢືນຢັນເຖິງຄວາມບໍລິສຸດຂອງ
ຜູ້ກ່ຽວຢູ່, ແຕ່ໄດ້ກ່າວວ່າ​ລາວຈະບໍ່ທໍາ​ການອຸທອນສານຄືນກ່ຽວ​ກັບ​ຄໍາ​ຕັດສິນ​ຂອງ​ສານຕັດສິນທີ່ວ່າລາວມີຄວາມຜິດນັ້ນ. ນາຍ Chen ເປັນອະດີດນັກຕໍ່ສູ້​ໃນຂະບວນ
ການປະທ້ວງເພື່ອປະຊາທິປະໄຕທີ່ຈະຕຸຣັດ Tiananmen ​ໃນ​ປີ 1989 ນັ້ນ.

ພວກນັກເຄື່ອນໄຫວເຊື່ວວ່າການກ່າວ​ຫາ​ນັ້ນ ແມ່ນພົວພັນ​ຂໍ້ຄວາມ​ທີ່ຊາຍ​ໄວ 57ປີ
ຂຽນ​ຂຶ້ນກ່ຽວກັບການ​ປະຕິ​ຮູບກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງການປ່ຽນແປງທາງ
ການເມືອງແລະການປັບປຸງສິດທິມະນຸດໃນຈີນນັ້ນ.

ໃນວັນສຸກແລ້ວນີ້ນາຍ Chen ອະດີດນັກຕໍ່ສູ້ຈາກຂະບວນການປະທ້ວງເພື່ອປະຊາ
ທິປະໄຕ​ ໄດ້ຖືກຕັດສິນຈໍາຄຸກເປັນເວລາ 9 ປີ ໃນຂໍ້​ຫາຖານໂຄ່ນລົ້ມລັດຖະບານ.

ທ່ານນາງ Navi Pillay ຂ້າຫຼວງໃຫຍ່ຂອງອົງການສະຫະປະຊາດວ່າດ້ວຍສິດທິ
ມະນຸດ​ກ່າວວ່າ ທ່ານແມ່ນມີຄວາມເປັນຫ່ວງກັງວົນຂອງ ການລົງໂທດທັນທີ່ຮຸນ
ແຮງຂອງຄະດີນາຍ Chen ຄັ້ງນີ້.

XS
SM
MD
LG