ເມື່ອວັນພຸດມື້ນີ້ຈີນຕອບໂຕ້ຕໍ່ຂໍ້ກ່າວຫາຕ່າງໆໂດຍນັກເຄື່ອນໄຫວຕາບອດ ນາຍ Chen Guangcheng ຫລັງຈາກທ່ານໄດ້ຮ້ອງຮຽນຕໍ່ການຮັບຟັງຄຳໃຫ້ການຂອງລັດຖະສະພາສະຫະລັດ ເປັນຄັ້ງທີ່ສອງ ໃນໄລຍະບໍ່ເຖິງສອງອາທິດນັ້ນ.
ນາຍ Cheng ກ່າວຕໍ່ສະມາຊິກສະພາສູງສະຫະລັດໂດຍຜ່ານທາງໂທລະສັບຈາກໂຮງໝໍທີ່ກຸງປັກກິ່ງບ່ອນທີ່ລາວພັກປິ່ນປົວຢູ່ນັ້ນ ເມື່ອວັນອັງຄານວານນີ້ວ່າ ລາວເປັນຫ່ວງກ່ຽວກັບຄວາມປອດໄພຂອງຄອບຄົວລາວຫລາຍ ໂດຍກ່າວວ່າຫລານຊາຍແລະອ້າຍຂອງລາວຖືກທຸບຕີໂດຍເຈົ້າໜ້າທີ່ຈີນ.
ແຕ່ທ່ານ ຮົງ ເລ ໂຄສົກກະຊວງຕ່າງປະເທດຈີນກ່າວວ່າ ສະຫະລັດ ບໍ່ ແມ່ນຈີນ ທີ່ຈະເປັນຜູ້ຮັບຜິດຊອບສໍາລັບເຫດການຄັ້ງນີ້ ແລະກ່າວຍໍ້າອີກວ່າ ທ່າທີຂອງປັກກິ່ງນັ້ນກໍແມ່ນວໍຊິງຕັນໄດ້ແຊກແຊງເຂົ້າໃນກິດຈະການພາຍໃນຂອງຈີນ.
ໃນການໃຫ້ສໍາພາດຕໍ່ວີໂອເອໃນວັນອັງຄານວານນີ້ ນາຍ Cheng ໄດ້ເວົ້າວ່າ ບັນດານັກການທູດສະຫະລັດກໍາລັງທໍາການປຶກສາຫາລືກັບເຈົ້າ ໜ້າທີ່ຈີນກ່ຽວກັບແຜນການການເດີນທາງໄປນະຄອນນີວຢ໊ອກຂອງລາວເພື່ອຮັບທຶນການສຶກສາແຕ່ກໍໄດ້ຂໍຮ້ອງບໍ່ໃຫ້ຖືເອົາເປັນເລຶ່ອງສໍາຄັນໃນກໍລະນີນີ້.
ນາຍ Cheng ກ່າວວ່າ ລາວຄິດວ່າການເດີນທາງມາສະຫະລັດຂອງລາວ ຈະມີຂຶ້ນແທ້ໃນທີ່ສຸດ ເຖິງແມ່ນບໍ່ມີຄວາມກ້າວໜ້າປານໃດກໍຕາມ. ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດສະຫະລັດກ່າວເມື່ອວັນອັງຄານວານນີ້ວ່າສະຫະລັດສໍາເລັດການປະກອບເອກະສານວິຊ່າແລ້ວ ຊຶ່ງທຸກຢ່າງແມ່ນລຽບລ້ອຍມາໄດ້ນຶ່ງອາທິດກວ່າແລ້ວ.