ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນປະຕິເສດ ຂໍ້ກ່າວຫາ ທີ່ວ່າເຮືອບິນຂອງຕົນ ຂຶ້ນບິນສະກັດກັ້ນ ເຮືອບິນ ສຫລ (ວີດີໂອ)


ພາບເຮືອບິນລຸ້ນ Boeing P-8-A Poseidon ທີ່ບິນສະແດງ ໃນງານສະແດງເຮືອບິນສາກົນ ຫຼື Farnborough International Air Show, ຢູ່ທີ່ເມືອງ Farnborough ປະເທດອັງກິດ, ວັນທີ 15 ກໍລະກົດ 2014.
ພາບເຮືອບິນລຸ້ນ Boeing P-8-A Poseidon ທີ່ບິນສະແດງ ໃນງານສະແດງເຮືອບິນສາກົນ ຫຼື Farnborough International Air Show, ຢູ່ທີ່ເມືອງ Farnborough ປະເທດອັງກິດ, ວັນທີ 15 ກໍລະກົດ 2014.

ຈີນປະຕິ​ເສດວ່າ “ບໍ່​ມີພື້ນ​ຖານ​” ການ​ກ່າວ​ຫາຕ່າງໆຂອງ
​ສະຫະລັດ ທີ່ວ່າ ​ເຮືອບິນ​ລົບ​ອາຍ​ພົ່ນຂອງ​ຕົນ​ລຳ​ນຶ່ງ ​ໄດ້​ບິນ
​ເຂົ້າ​ໃກ້​ເຮືອບິນລາດຕະ​ເວນ​ລຳ​ນຶ່ງ ຂອງ​ກອງທັບ​ເຮືອ
​ສະຫະລັດ ເກີນ​ໄປ ຢູ່​ນອກ​ຝັ່ງ​ທະ​ເລ​ຈີນ​ ໃນ​ວັນ​ອັງຄານ​
ທີ່​ຜ່ານ​ມາ.

​ໂຄສົກກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ທ່ານ Yang Yujun ​ໄດ້
​ມີ​ຄວາມ​ເຫັນດັ່ງກ່າວ​ ໃນ​ວັນ​ເສົາ​ວານ​ນີ້​. ຢູ່​ໃນ​ຄຳ​ຖະ​ແຫລ​ງທີ່
ອ້າງ​ໂດຍອົງ ການ​ຂ່າວ​ Xinhua ຂອງທາງ​ການຈີນນັ້ນ ທ່ານ
Yang ​ຍັງກ່າວ​ວ່າ ນັກ​ບິນ​ຈີນ ໄດ້​ຮັກສາ​ລະຍະ​ທີ່​ປອດ​ໄພ
ຈາກເຮືອບິນ​ສະຫະລັດ ​ແລະ ວ່າ ​ສະຫະລັດ ພ້ອມ​ກັບ​ການ​ສິ້ງ​ຊອມ​ເບິ່ງ​ຈີນ ຢ່າງ​ຂະໜານ​ໃຫຍ່ ​ແລະ ຢ່າງ​ໃກ້ຊິດຂຶ້ນ​ເລື້ອຍໆນັ້ນ ​ເປັນ​ອັນຕະລາຍຕໍ່ຄວາມ​ໝັ້ນຄົງ​ທາງອາກາດ ​ແລະທາງ​ທະ​ເລ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ໄດ້ກ່າວໃນ​ວັນ​ສຸກ​ຜ່ານ​ມາວ່າ ​ເຮືອບິນຂອງ​ຈີນ ໄດ້​ບິນ​ເຂົ້າ “ສະກັດກັ້ນແບບເປັນອັນ​ຕະລາຍ” ຕໍ່ ​ເຮືອບິນ​ໄອ​ພົ່ນກອງທັບເຮືອ​ສະຫະລັດ ຊຶ່ງ​ເປັນ​ລຸ້ນ P-8 Poseidon ແລະທຳນຽບຫ້າ​ແຈ ໄດ້ສົ່ງ​ສານ​ສະ​ແດງ​ຄວາມ​ກັງ​ວົນ​ຂອງ​ຕົນ​ ໄປ​ຍັງ​ທາງ​ການ​ຈີນ.

ໂຄສົກ​ທຳ​ນຽບຫ້າ​ແຈ ພົນ​ເຮືອຕີ John Kirby ກ່າວ​ວ່າ ​ເຮືອບິນຂອງຈີນ ​ໄດ້​ບິນຜ່ານ
ເຂົ້າໄປໃກ້ໆ​ ຫລາຍ​ຄັ້ງ.

ທ່ານ Kirby ກ່າວ​ວ່າ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ວັນ​ອັງຄານ​ຜ່ານ​ມາ ຢູ່​ໃນ​ເຂດນ່ານນ້ຳ ສາກົນ ຢູ່​ຫ່າງ​ຈາກ​ເກາະ Hainan ຂອງ​ຈີນປະມານ 200 ກິ​ໂລ​ແມັດ​ໄປ​ທາງ​ທິດຕາ​ເວັນ​ອອກ​ ​ໃນ​ຂະນະ​ທີ່​ ເຮືອ​ບິນ​ອາຍ​ພົ່ນ​ສະຫະລັດ​ ກຳລັງ​ທຳ​ການລາດຕະ​ເວນຢູ່​ນັ້ນ. ທ່ານ ກ່າວອີກ​ວ່າ ​ເຫດການ​ທີ່​ເກີດຂຶ້ນນີ້ ພາ​ໃຫ້​ເກີດຄວາມສ່ຽງ​ຕໍ່​ຄວາມ​ປອດ​ໄພ​ ​ແລະ​ສະຫວັດດີພາບ ຂອງ​ບັນດາ​ລູກ​ເຮືອ ​ແລະບໍ່​ສອດຄ່ອງ​ກັບກົດໝາ​ຍສາກົນ ທີ່ເຄີຍປະຕິບັດກັນມາ.

US CHINA WARPLANE VO
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG