ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຈີນ ກັກຂັງ ທະນາຍຄວາມ ທີ່ມີຊື່ສຽງ ດ້ານ ສິດທິມະນຸດ


ແຜນທີ່ຈີນ
ແຜນທີ່ຈີນ
ຕຳຫລວດ​ຈີນ ​ໄດ້​ກັກ​ຂັງທະນາຍ​ຄວາມ​ສິດທິ​ມະນຸດ ທີ່​ມີ​ຊື່
​ສຽງ​ຄົນ​ນຶ່ງ ​ໃນ​ການ​ສືບຕໍ່ປຸກລະດົມ ຕໍ່​ຕ້ານພວກຄັດຄ້ານ
ລັດຖະບານກ່ອນ​ໜ້າ​ວັນ​ຄົບຮອບ 25 ປີ​ໃນການປາບປາມ
ຂອງພວກທະຫານ ທີ່ຈະ​ຕຸ​ລັດທຽນ​ອັນ​ເໝີ​ນ ​ໃນວັນ​ທີ 4 ມິ
​ຖຸນາ.

ພັນ​ລະ​ຍາ​ຂອງທ່ານ Tang Jingling ທ່ານ​ນາງ Wang
Yanfang ກ່າວ​ໃນ​ ວັນ​ສຸກ​ມື້​ນີ້​ວ່າ ຕຳຫລວດ​ໄດ້​ຈັບສາ
ມີ​ຂອງນາງໄປ ​ຈາກ​ເຮືອນ​ເຂົາ​ເຈົ້າ​ ທີ່ເມືອງ Guangzhou
ໃນພາກໃຕ້ຂອງຈີນ​ ໂດຍ​ກ່າວ​ວ່າ ທ່ານ​ເປັນ​ຜູ້​ຕ້ອງ​ສົງ​ໄສ
ໃນ ການ “ສ້າງ​ຄວາມລົບ​ກວນ.”

ທ່າ​ນ Tang ​ໄດ້​ຕໍ່ສູ້ຄະດີ ໂດຍບໍ່​ໄດ້​ຮັບ​ຄ່າ​ຈ້າງ​ຈາກ ໃຫ້ແກ່ບັນດາ​ຜູ້​ເຄາະ​ຮ້າຍ​ທີ່​ຖືກ​
ຍາ​ດ​ເອົາ​ດິນ ​ແລະປ້ອງ​ກັນ​ສິດທິສິດ ຜູ້​ທີ່​ຖືກ​ຕິດ​ຄຸກ.

ຕຳຫລວດ ​ໄດ້​ກັກ​ຂັງ​ນັກ​ເຄື່ອນ​ໄຫວທີ່​ມີ​ຊື່​ສຽງ​ຫລາຍ​ຄົນ ​ໃນໄລຍະສອງສາມເດືອນ
ຜ່ານ​ມາ​ນີ້.

​ໃນແຕ່ລະ​ປີ ປັກ​ກິ່ງໄດ້​ກັກ​ຂັງ ​ບັນດາ​ນັກ​ເຄຶ່ອນ​ໄຫວ ຫລື​ກັກບໍລິ​ເວນ​ເຂົາເຈົ້າ ກ່ອນ​ວັນ
​ຄົບ​ຮອບ ໃນວັນທີ 4 ​ເດືອນ​ມິຖຸນາ ​ໃນ​ຄວາ​ມະ​ພະຍາ​ມເພື່ອປ້ອງ​ກັນ ບໍ່ໃຫ້ພວກເຂົາ
ເຈົ້າຈັດພິທີລະນຶກ​ເຖິງ​ວັນ​ທັບມ້າງປາບປາມຢ່າງນອງ​ເລືອດດັ່ງ ກ່າວນີ້.
XS
SM
MD
LG