ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ຈີນຈັບກຸມ ຊາຍຄົນນຶ່ງ ທີ່ຖືກກ່າວຫາວ່າ ໃຫ້ຂໍ້ມູນຜິດໆ ແກ່ແວັບໄຊຕ໌ ຕ່າງປະເທດ


ທ່ານ Xiang Nanfu ກຳລັງຮັບປະທານອາຫານ ໃນໝູ່ບ້ານ ຂອງເພິ່ນ ນອກເຂດປັກກິ່ງ 11 ເມສາ 2004.
ສື່ມວນຊົນຂອງທາງການຈີນ ກ່າວວ່າ ຕຳຫຼວດໃນນະຄອນປັກກິ່ງ
​ໄດ້ຈັບ​ຊາຍ​ຜູ້​ນຶ່ງຍ້ອນຖືກກ່າວຫາວ່າ “​ເປັນ​ໄພ​ຮ້າຍແຮງ” ຕໍ່ພາບ
ພົດຂອງຈີນ ໂດຍໃຫ້ຂໍ້ມູນຜິດໆ​ຕໍ່ແວັບໄຊຕ໌ ຕ່າງປະເທດ.

ອົງການຂ່າວຊິນຫົວຂອງທາງການຈີນ ກ່າວວ່າ ທ່ານ Xiang
Nanfu ໄດ້ພິມ​ເຜີຍ​ແຜ່“ລາຍ​ງານ​ທີ່​ຜິດໆ​ຫຼາຍ​ເລື້ອງ” ​ລົງໃນ
ແວັບໄຊຕ໌ຂ່າວ Boxun ຂອງພວກຄັດຄ້ານລັດຖະບານທີ່​ມີ
ສຳນັກງານ​ຢູ່​ສະຫະລັດ. ອົງການຂ່າວຊິນຫົວ​ຍັງ​ກ່າວ​ອີກ​ວ່າ
​ເລື່ອງລາວທີ່ເສກສັນປັ້ນ​ແຕ່ງ​ ແມ່ນ​ຮວມ​ທັງ ການ​ກ່າວ​ອ້າງ
ທີ່ວ່າ​ລັດຖະບານ​ຈີນ​ທີ່​ໄດ້​ເກັບກ່ຽວເອົາ​ອະ​ໄວ​ຍະ​ວະ​ ຈາກ​ພວກ​ຜູ້​ຄົນທີ່ຍັງ​ມີ​ຊີວິດ​ຢູ່ ​ແລະ​ຝັງ​ພວກ​ເຂົາ​ເຈົ້າ​ທັງ​ເປັນ.

ອົງການຂ່າວຊິນຫົວ​ກ່າວ​ວ່າ ທ່ານ Xiang ທີ່ມີອາຍຸ 62 ປີ ຄົນນີ້ “ແມ່ນ​ໄດ້​ຮັບການ
ສົ່ງເສີມແລະ​ໄດ້ຮັບຄ່າຈ້າງໃນ​ລາຄາ​ສູງ​ເປັນ​ເງິນ​ໂດ​ລ່າ ຈາກ​ຊາຍ​ຜູ້​ນຶ່ງ​ຊື່ວ່າ Wei ຜູ້​ຊຶ່ງ​ກຳ ກັບແວັບໄຊຕ໌ດັ່ງກ່າວ.”
ທ່ານ Xiang ຜູ້​ທີ່​ຖືກ​ຈັບໃນ​ວັນ​ທີ 3 ພຶດສະພາ​ແລ້ວ​ນີ້ ມີລາຍ​ງານ​ວ່າ ​“ໄດ້​ຮັບ​ສາລະພາບ​ກ່ຽວກັບຄວາມຜິດນີ້ ແລະກໍຮູ້ສຶກສຳນຶກໃນຄວາມຜິດແລ້ວ.”

ແວັບໄຊຕ໌ Boxun ມັກ​ຈະ​ລົງ​ຂ່າວນອງນັນ​ທາງ​ການ​ເມືອງ​ ຫຼື​ບໍ່​ກໍ​ຂ່າວ​ກ່ຽວ​ກັບ​ເລື້​ອງ
ການລະ​ເມີດສິດທິ​ມະນຸດທີ່​ບໍ່ໄດ້ລາ​ຍງານ​ໂດຍອົງການຂ່າວທີ່​ຄວບ​ຄຸມ​ໂດຍ​ລັດຖະ
ບານຈີນນັ້ນ. ຂ່າວຕ່າງໆ ຊຶ່ງ​ບາງ​ຄັ້ງ​ຄາວ ແມ່ນເປັນຂ່າວທີ່ຕື່ນເຕັ້ນ​ແລະ​ຂຽນໂດຍນັກ
ຂຽນ​ທີ່ບໍ່ໄດ້ລະບຸຊື່.

​ໃນ​ຖະແຫຼງການ​ສະບັບ​ນຶ່ງ​ແວັບໄຊຕ໌ Boxun ​ໄດ້​ກ່າວ​ວ່າ ຕົນ “ຂໍປະ​ທ້ວງ​ຢ່າງ​ແຂງ
ຂັນ”
ຕໍ່ການ​ຈັບທ່ານ Xiang ​ແລະ​ປະຕິ​ເສດວ່າ ຕົນບໍ່ໄດ້​ຈ່າຍເງິນເປັນ​ຈຳນວນ​ຫຼວງ
ຫຼາຍ​ໃຫ້ ທ່ານ. ຖະແຫຼງການຍັງ​ໄດ້​ກ່າວ​ອີກ​ວ່າ ຄະດີ​ດັ່ງກ່າວ​ນີ້​ແມ່ນ​ເປັນຮ່ອງຮອຍ
ທີ່ຈະ​ແຈ້ງອີກອັນ​ນຶ່ງ ​ທີ່ບົ່ງ​ບອກ​ວ່າ ສະພາບການດ້ານສິດທິມະນຸດໃນຈີນ ໄດ້ຊຸດໂຊມ
ລົງຢ່າງວ່ອງໄວ.

ດັ່ງ ​ທີ່​ພວກ​ເຂົາ​ເຈົ້າ​ເຄີຍປະຕິບັດ​ມາ​ໃນແຕ່ລະ​ປີ ຕຳຫຼວດຈີນໄດ້​ຈັບ​ກຸມ​ພວກ​ນັກ
ເຄື່ອນ​ໄຫວ​ແລະພວກ​ທີ່ຕຳໜິ​ຕິຕຽນ​ ລັດຖະບານກ່ອນ​ໜ້າວັນ​ຄົບຮອບໃນການປາບ
ປາມພວກ​ປະ​ທ້ວງ ຮຽກຮ້ອງເອົາປະຊາທິປະ​ໄຕ ​ທີ່ຈະຕຸ​ລັດ Tiananmen ​ໃນ​ວັນ​ທີ
4 ມິຖຸນາ 1989.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG