ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສົ່ງນັກໂທດ ສອດແນມ ອາເມຣິກັນ ອອກຈາກປະເທດ


ນາງ Sandy Phan-Gillis ຖ່າຍຮູບກັບສາມີຂອງນາງ, ທ້າວ Jeff Gillis. (SaveSandy.org)
ນາງ Sandy Phan-Gillis ຖ່າຍຮູບກັບສາມີຂອງນາງ, ທ້າວ Jeff Gillis. (SaveSandy.org)

ແມ່ຍິງ ອາເມຣິກັນ ຄົນໜຶ່ງທີ່ຖືກລົງໂທດ ກ່ຽວກັບການສອດແນມໃນຈີນແລະໄດ້ຖືກ
ກັກຂັງ ໂດຍບໍ່ມີການດຳເນີນຄະດີ ເປັນເວລາສອງປີໄດ້ ເດີນທາງກັບຄືນ ສະຫະລັດ
ແລ້ວ ຫຼັງຈາກສົ່ງ​ນາງ​ອອກ​ຈາກ​ປະເທດ, ອີງຕາມການກ່າວໂດຍສາມີຂອງລາວ.

ທ້າວ Jeff Gillis ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ພັນລະຍາຂອງລາວ, ນາງ
Sandy Phan-Gillis ໄດ້ເດີນທາງອອກຈາກ ຈີນ ໃນວັນສຸກທີ່ຜ່ານມາ ແລະ ໄດ້ເດີນ
ທາງຮອດນະຄອນ Los Angeles ລັດ ຄາລິຟໍເນຍ ໃນມື້ດຽວກັນ. ເຊິ່ງເຫດການດັ່ງ
ກ່າວໄດ້ເປັນການກຳຈັດແຫຼ່ງຄວາມເຄັ່ງຕຶງ ລະຫວ່າງ ສະຫະລັດ ແລະຈີນ ​ໃຫ້​ໝົດໄປ.

ສານໄດ້ສັ່ງໃຫ້ສົ່ງນາງອອກຈາກປະເທດໃນວັນອັງຄານທີ່ຜ່ານມາ ຫຼັງຈາກໄດ້ລົງໂທດ
ຂັງຄຸກນາງ 3 ປີເຄິ່ງສຳລັບການສອດແນມ.

ລັດຖະບານ ຈີນ ບໍ່ໄດ້​ໃຫ້​ລາຍ​ລະອຽດ​ໃດໆ ກ່ຽວກັບ ການກ່າວໂທດ ແລະ ທະນາຍ
ຄວາມຂອງນາງ Phan Gilles ໄດ້ກ່າວຕໍ່ອົງການຂ່າວ Reuters ວ່າ ລາວບໍ່ສາມາດ
ໃຫ້ຄຳເຫັນໃດໆ ກ່ຽວກັບ ຄະດີດັ່ງກ່າວ ຍ້ອນວ່າ ມັນປະກອບມີ “ຄວາມລັບຂອງປະ
ເທດ.”

ສາມີຂອງນາງ Phan Gilles ໄດ້ກ່າວວ່າ ລັດຖະບານ ຈີນ ໄດ້ກ່າວຫາພັນລະຍາຂອງ
ລາວ ກ່ຽວກັບ ການເດີນທາງໄປປະເທດຈີນສອງຄັ້ງໃນການສອດແນມ​ເມື່ອປີ 1996
ແລະ ດ້ວຍການຮ່ວມມືກັບອົງການສັນຕິບານກາງ ສະຫະລັດ ຫຼື FBI ເພື່ອຈັບສອດ
ແນມ ຈີນ ສອງຄົນຢູ່ໃນ ສະຫະລັດ ແລະ ປ່ຽນພວກເຂົາເຈົ້າ ໃຫ້ກາຍ​ເປັນສອດແນມທີ່
​ເຮັດວຽກ​ໃຫ້​ ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG