ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ປະນາມ ກົດໝາຍ ປ້ອງກັນປະເທດ ສຫລ ສະບັບໃໝ່ ທີ່ກ່າວເຖິງ ໄຕ້ຫວັນ


ທ່ານ Lu Kang ໂຄສົກຂອງກະຊວງການຕ່າງປະເທດຂອງຈີນ.
ທ່ານ Lu Kang ໂຄສົກຂອງກະຊວງການຕ່າງປະເທດຂອງຈີນ.

ຈີນ ກ່າວ​ຢ້ຳຢ່າງ​ແຂງ​ຂັນ​ວ່າ ຕົນ​ຈະ​ຄັດຄ້ານ ​ຕໍ່​ການຕິດ​ຕໍ່ທາງ​ທະຫານ​ໃດ​ໆກໍ​ຕາມ
ລະຫວ່າງ​ສະຫະລັດແລະ​ໄຕ້​ຫວັນ ຫຼັງ​ຈາກທີ່​ໄດ້​ມີ​ການ​ຮັບຮອງ​ເອົາຮ່າງກົດໝາຍ​
ປ້ອງ​ກັນ​ປະ​ເທດ​ສະບັບໃໝ່​ ຂອງ​ສະຫະ​ລັດ ທີ່​ອາດນຳ​ໄປ​ສຸູ່ການ​ສົ່ງ​ກຳ​ປັ່ນ​ລົບ​ໄປ
​ຢ້ຽມຢາມໄຕ້​ຫວັນ.

“ຈີ​ນ ​ແມ່ນຄັດ​ຄ້ານຢ່າງ​ແຂງ​ຂັນ ​ຕໍ່​ການ​ແລກປ່ຽນຢ່າງ​ເປັນ​ທາງ​ການ ບໍ່​ວ່າ​ໃນ​ຮູບ​
ແບບ​ໃດແລະ​ການ​ຕິດ​ຕໍ່ທາງ​ທະຫານໃດ​ໆທັງ​ສິ້ນ ລະຫວ່າງ​ສະຫະລັດ ກັບ ​ໄຕ້​
ຫວັນ,”
ນັ້ນ​ແມ່ນຄຳ​ເວົ້າ​ຂອງໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນ ທ່ານ Lu
Kang ​ທີ່ໄດ້​ກ່າວ ​ໃນ​ວັນ​ຈັນ​ວານ​ນີ້.

ທ່ານ Kang ​ໄດ້​ກ່າວ​ວ່າ ປັກ​ກິ່ງ ​“ໄດ້​ສະ​ແດງ​ອອກ​ຢ່າງ​ແບບບໍ່​ຜ່ອນຜັນ” ຕໍ່​ວໍ​ຊິງ​ຕັນ
ກ່ຽວ​ກັບ​ພາກ​ສ່ວນກ່ຽວ​ກັບໄຕ້​ຫວັນ ​ໃນກົດ​ໝາຍ​ປ້ອງ​ກັນ​ຊາດຂອງ​ສະຫະລັດ ສົກ​ປີ
2018 ທີ່​ຮັບ​ຜ່ານ​ໂດຍ​ລັດຖະສະພາ​ ໃນ​ວັນ​ສຸກ​ຜ່ານ​ມາ​ນີ້.

ກົດໝາຍ​ດັ່ງກ່າວ ໄດ້​ສັ່ງໃຫ້​ທຳນຽບຫ້າ​ແຈ ນຳ​ສະ​ເໜີ​ລາຍ​ງານ​ຕໍ່​ລັດຖະສະພາ ​
ເຖິງ​ຄວາມ​ເປັນ​ໄປ​ໄດ້ ​ທີ່​ຈະ​ຈັດ​ຕັ້ງການ​ຢ້ຽມຢາມ​ຄືນ​ໃໝ່ ​ລະຫວ່າງ​ກອງທັບ​ເຮືອ​
ຂອງສະຫະລັດ ​ແລະ​ໄຕ້​ຫວັນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG