ຈີນໄດ້ສະແດງອວດອ້າງໃຫ້ເຫັນເຖິງຄວາມອາດສາມາດທາງທະຫານຂອງຕົນ ຢູ່ໃນການແຫ່ຂະບວນແບບພິຖີພິຖັນໃນວັນອັງຄານມື້ນີ້ ເພື່ອສະຫລອງວັນສ້າງຕັ້ງປະເທດຄົບຮອບ 70 ປີ ພາຍໃຕ້ການປົກຄອງຂອງພັກຄອມມີວນິສ.
ໂດຍການແຕ່ງໂຕໃນຊຸດສີຂີ້ເທົ່າແບບດຽວກັນກັບຜູ້ນຳພັກທີ່ມີຊື່ສຽງໂດ່ງດັງ ມາວ ເຈິຕຸງ, ປະທານປະເທດສີຈິ້ນຜິງ ໄດ້ເຂົ້າຮ່ວມພິທີດັ່ງກ່າວຮ່ວມກັນກັບນາຍົກລັດຖະມົນຕີ ຫລີ ເຄີສຽງ ແລະເຈົ້າໜ້າທີ່ສະມາຊິກພັກຄົນອື່ນໆ ໃນຂະນະທີ່ທະຫານຫລາຍຮ້ອຍຄົນເດີນສວນສະໜາມຜ່ານຈະຕຸລັດທຽນອັນເໝິນ, ບ່ອນທີ່ທ່ານມາວໄດ້ປະກາດການສ້າງປະເທດສາທາລະນະລັດປະຊາຊົນຈີນຂຶ້ນໃນວັນທີ 1 ຕຸລາ ປີ 1949 ນັ້ນໄປ.
ໃນການກ່າວຄຳປາໄສທີ່ຖ່າຍທອດສົດຜ່ານທາງໂທລະພາບແຫ່ງຊາດນັ້ນ, ປະທານປະເທດສີ ໄດ້ປະກາດວ່າ "ບໍ່ມີກຳລັງໃດໆ" ຈະສາມາດເຮັດໃຫ້ພື້ນຖານຂອງຈີນສັ່ນສະເທືອນໄດ້, ບໍ່ມີກຳລັງໃດທີ່ຈະສະກັດກັ້ນຄວາມກ້າວໜ້າຂອງປະຊາຊົນຈີນໄວ້ໄດ້.
ໃນເວລາຕໍ່ມາ ທ່ານ ສີ ກໍໄດ້ເຂົ້າໄປໃນລົດລີມູຊີນ ແລະຢືນຢູ່ໃນຊ່ອງຂອງ ຫລັງຄາຂອງລົດທີ່ເປີດໄວ້ ໃນຂະນະທີ່ລົດດັ່ງກ່າວແລ່ນຜ່ານແຖວຂອງທະຫານ ແລະອາວຸດຍຸໂທປະກອນທາງທະຫານ, ຊຶ່ງລວມທັງລົດບັນທຸກທີ່ຕິດລູກສອນໄຟຂີປະນາວຸດ ແລະລົດຫຸ້ມເກາະຂົນສົ່ງທະຫານທີ່ກັນກະສູນໄດ້ໄປ.
ມີການຍິງປືນຄຳນັບທີ່ເປັນສັນຍາລັກ 70 ລູກ ຈາກນັ້ນກໍມີການແຫ່ຂະບວນທີ່ສະແດງໃຫ້ເຫັນເຖິງຄວາມສາມາດທາງທະຫານໃໝ່ສຸດຂອງຈີນ, ຊຶ່ງລວມທັງ ລູກສອນໄຟຂີປະນວຸດທີ່ຍິງຂ້າມທະວີບໄດ້ນຶ່ງລູກ, ຊຶ່ງອີງຕາມຄຳເວົ້າຂອງນັກວິໄຈເຫດແລ້ວ ແມ່ນສາມາດບັນທຸກຫົວອາວຸດນິວເຄລຍຫລາຍລູກເພື່ອໃຫ້ຍິງໄປໄກຫລາຍພັນກິໂລແມັດໄດ້.
ຜູ້ຈັດງານນີ້ ໄດ້ມີແຜນທີ່ຈະປ່ອຍນົກກາງແກ 70,000 ໂຕ ຢູ່ໃນຕອນທ້າຍຂອງງານ ເພື່ອໃຫ້ເປັນສັນຍາລັກຂອງສັນຕິພາບ.