ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຮຽກຮ້ອງໃຫ້ຟີລິບປິນ ຖອນກຳປັ່ນລົບ ທີ່ເປ່ເພ ອອກຈາກເຂດເກາະດອນທີ່ມີບັນຫາຂັດແຍ້ງກັນ ໃນທະເລຈີນໃຕ້

ແຟ້ມພາບ - ເຮືອ​ຍາມ​ຝັ່ງ​ຟີ​ລິບ​ປິນ​ລາດ​ຕະ​ເວນ​ໃກ້​ກຳ​ປັ່ນ BRP Sierra Madre ຂອງກອງທັບເຮືອ, ວັນ​ທີ 23 ເມ​ສາ 2023, ເຊ່ິ່ງເປັນບ່ອນ​ທີ່​ກຳ​ປັ່ນມາຣີນ​ຟີ​ລິບ​ປິນ​ປະຈຳການ​ຢູ່ ​ເພື່ອ​ຢືນ​ຢັນການອ້າງສິດຂອງ​ມະ​ນີ​ລາ ຢູ່​ທີ່ Second Thomas Shoal ໃນ​ທະ​ເລ​ຈີນ​ໃຕ້​ທີ່​ມີ​ການ​ຂັດ​ແຍ້ງກັນ

ຈີນ​ຮຽກຮ້ອງ​ໃຫ້​ຟີ​ລິບ​ປີນ​ຖອນ​ກຳ​ປັ່ນລົບທີ່ຖືກປະຖິ້ມ ຈາກການນໍາ​ໃຊ້​ເປັນ​ຖານຍຶດຄອງ​ອອກ​ຈາກ​ເຂດ​ເກາະດອນທີ່ມີຂໍ້ຂັດແຍ່ງ​ກັນ​ໃນ​ທະ​ເລ​ຈີນ​ໃຕ້.

ການຮຽກຮ້ອງຈາກປັກກິ່ງ ໃນວັນອັງຄານນີ້ ມີຂຶ້ນສາມມື້ຫຼັງຈາກກຳປັ່ນຍາມຝັ່ງຂອງຈີນ ໄດ້ຍິງປືນໃຫຍ່ພະລັງນໍ້າໃສ່ກຳປັ່ນກອງທັບເຮືອຟີລິບປິນ ທີ່ກຳລັງແລ່ນເຂົ້າໄປເຂດເກາະຫາດຊາຍ ຫຼືທີ່ເອີ້ນວ່າ Second Thomas Shoal ໃນພາລະກິດການລຳລຽງສະໜອງສະບຽງ. ມະນີລາ ໄດ້ກ່າວວ່າ ການກະທຳຂອງເຈົ້າໜ້າທີ່ຍາມຝັ່ງຂອງຈີນ ໄດ້ຂັດຂວາງບໍ່ໃຫ້ ກຳປັ່ນຂົນສົ່ງສະບຽງ 1 ໃນ 2 ລຳ ຂົນສະບຽງທີ່ຈຳເປັນລົງ ໃຫ້ກອງທະຫານຂອງຟິລິບປິນ ທີ່ເຝົ້າຍາມຢູ່ແຄມຝັ່ງທະເລ ເທິງກຳປັ່ນທະຫານເຮືອທີ່ຈອດງ່ຽງຢູ່ນັ້ນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ອອກ​ຖະ​ແຫຼງ​ການ ​ຮຽກ​ຮ້ອງ​ໃຫ້​ຟີ​ລິບ​ປິນ​ຖອນ​ກຳ​ປັ່ນ​ລຳດັ່ງກ່າວ ອອກ​ຈາກເກາະຫາດຊາຍ Second Thomas Shoal ​ໂດຍໄວ ແລະ ​ຄືນສະ​ຖາ​ນະ​ພາບໃຫ້ກຳປັ່ນນັ້ນ ກັບຄືນຢູ່ສະຖານະວ່າງເປົ່າຄືໃນ​ເມື່ອ​ກ່ອນ.

​ແຕ່​ທ່ານ Jonathan Malaya, ​ໂຄສົກ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຟີ​ລິບ​ປິນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຟີ​ລິບ​ປິນ “ຈະ​ບໍ່​ປະຖິ້ມ​ຕຳ​ແໜ່​ງຂອງ​ພວກ​ເຮົາ​ຢູ່ເກາະຫາດຊາຍ Ayungin Shoal,” ​ໂດຍ​ໃຊ້​ຊື່​ໝູ່​ເກາະ​ນີ້​ວ່າ Second Thomas Shoal.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG