ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນເພີ່ມງົບປະມານ ປ້ອງກັນປະເທດ


ກອງທະຫານຂອງຈີນ
ກອງທະຫານຂອງຈີນ

ຈີນກ່າວໃນວັນສຸກມື້ນີ້ວ່າ ຕົນຈະເພີ່ມການໃຊ້ຈ່າຍໃນດ້ານ
ປ້ອງກັນປະເທດຂຶ້ນ 12.7% ສຳລັບປີ 2011.

ອົງການຂ່າວຊິນຫົວຂອງທາງການຈີນໄດ້ອ້າງຄຳເວົ້າຂອງ
ທ່ານ Li Zhaoxing ໂຄສົກຂອງກອງປະຊຸມປະຈຳປີສະ
ພາປະຊາຊົນແຫ່ງຊາດຂອງຈີນທີ່ກ່າວວ່າການເພີ່ມຂຶ້ນເປັນ
ປະມານ 91 ພັນ 500 ລ້ານໂດລາທີ່ວ່ານີ້ແມ່ນເພື່ອນຳໄປ
ໃຊ້ສຳລັບຊື້ອາວຸດຍຸດໂທປະກອນ ແລະຂຶ້ນເງິນເດືອນໃຫ້
ພວກທະຫານ.

ຈີນກ່າວວ່າ ຕົນຈຳເປັນຕ້ອງໄດ້ຍົກລະດັບກຳລັງທີ່ລ້າສະ
ໄໝຂອງຕົນແລະແຜນການທີ່ວ່ານີ້ ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ປະເທດໃດປະເທດນຶ່ງໂດຍຊີ້ໃຫ້
ເຫັນວ່າງົບປະມານດ້ານປ້ອງກັນປະເທດຂອງຕົນ ແມ່ນຕໍ່າກວ່າສະຫະລັດ.

ການໃຊ້ຈ່າຍທາງທະຫານທີ່ເພີ່ມທະວີຂຶ້ນຂອງຈີນໄດ້ສ້າງຄວາມຢ້ານກົວໃນທົ່ວຂົງເຂດແລະ
ທີ່ກຸງວໍຊິງຕັນນຳດ້ວຍ.

XS
SM
MD
LG