ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງົບປະມານ ດ້ານປ້ອງກັນປະເທດ ຂອງຈີນ ຈະເພີ້ມຂຶ້ນ 7 ເປີເຊັນ


ພາບເມື່ອວັນທີ 7 ທັນວາ 2016 ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ ກອງທັບເຮືອຈີນ ຢືນຢູ່ຕໍ່ໜ້າ ກຳປັ່ນລົບ Daqing.
ພາບເມື່ອວັນທີ 7 ທັນວາ 2016 ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ ກອງທັບເຮືອຈີນ ຢືນຢູ່ຕໍ່ໜ້າ ກຳປັ່ນລົບ Daqing.

ຈີນ​ກ່າວ​ວ່າ ງົບປະມານ​ດ້ານປ້ອງ​ກັນ​ປະ​ເທດ​ຂອງ​ຕົນ ​ຈະ​ເພີ້​ມຂຶ້ນ​ປະມານ​ເຈັດ​ເປີ​
ເຊັນ ​ໃນ​ປີ​ນີ້ ຊຶ່ງ​ເປັນປີ​ທີ​ສອງ​ລຽນຕິດ ທີ່​ຈີນ​ໄດ້​ອະນຸມັດ ການ​ໃຊ້​ຈ່າຍ​ທາງ​ທະຫານ
​ທີ່ເພີ້​ມຂຶ້ນ​ ບໍ່​ຮອດ​ສິບ​ເປີ​ເຊັນ.

​ໂຕ​ເລກ​ໃຊ້​ຈ່າຍດ້ານປ້ອງ​ກັນ​ປະ​ເທດທີ່​ແທ້​ຈິງສຳລັບ​ປີ 2017 ນັ້ນຈະນຳ​ອອກເຜີຍ
​ແຜ່ ​ໃນ​ວັນ​ອາທິດ​ມື້ອື່ນ​ນີ້ ​ເວລາ​ສະພາ​ເປີດ​ສະ​ໄໝ​ປະຊຸມ​ປະຈຳ​ປີ.

ບັນດາປະ​ເທດ​ເພື່ອນ​ບ້ານ​ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ໄດ້​ພາກັນ​ມີຄວາມສົງ​ໄສ​ເພີ້ມຂຶ້ນໃນ​ເລ່
ຫຼ່ຽມທາງ​ທະຫານ​ຂອງ​ຈີນ ຫລັງ​ຈາກ​ປະ​ເທດ​ດັ່ງກ່າວ ​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ​
ເຂົ້າສູ່​ທະ​ເລ​ຈີນ​ໃຕ້ ​ໂດຍ​ໄດ້​ສ້າງ​ບັນດາ​ເກາະ​ທຽມທີ່ສາມາດ​ໃຫ້ການ​ສະ ໜັບສະໜູນ​
ແກ່​ທີ່​ຕັ້ງ​ຂອງ​ທະຫານ​ໄດ້​ນັ້ນ.

​ໂຄສົກ​ຂອງ​ສະພາ ທ່ານ​ນາງ Fu Ying ຊອກ​ຫາ​ທາງ​ຫລີກ​ລ່ຽງ ບໍ່​ໃຫ້​ຄວາມ​ສຳຄັນຕໍ່
​ການ​ສົງ​ໄສ​ໃດໆ​ກໍ​ຕາ​ມຂອງ​ບັນດາ​ປະ​ເທດເພື່ອນ​ບ້ານ​ຂອງ​ຈີນ​. ທ່ານ​ນາງ​ກ່າວ​ວ່າ
“​ຈົ່ງເບິ່ງໃນ​ລະຍະຫລາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມານັ້ນ ຫລື​ວ່າ​ຢ່າງ​ໃດ ​ມັນໄດ້​ເກີດ​ບັນຫາ​
ຂັດ​ແຍ້​ງຫລາຍໆ​ຄັ້ງ ​ແມ່ນ​ແຕ່​ສົງຄາ​ມ ຢູ່​ໃນທົ່ວ​ໂລ​ກ ທີ່​ເປັນ​ຜົນຮ້າຍຢ່າງ​ແຮງ ມີ​ຜູ້
​ບາດ​ເຈັບ​ລົ້ມຕາຍ​ຢ່າງ​ຫລວງຫລາຍ​ແລະ​ສູນເສຍ​ຊັບສິນ​ ອົບ​ພະ​ຍົບຈຳນວນ​ຫຼວງ
ຫລາຍໄດ້​ຮັບ​ຄວາມ​ຊອກ​ຊໍ້າ ​ແລະ​ບໍ່​ມີ​ທີ່ຢູ່​ອາ​ໄສ. ມີສິ່ງ​ໃດ​ທີ່​ຈີ​ນໄດ້​ສ້າງ​ຂຶ້ນ?”

ບຣູ​ໄນ ມາ​ເລ​ເຊຍ ​ຟິລິບ​ປິນ ​ໄຕ້​ຫວັນ ​ແລະ​ຫວຽດນາມ ຕ່າງ​ກໍ​ພາກັນ​ອ້າງ​ເອົາ​ກຳມະ
ສິດທັງ​ໝົດ ຫລືເປັນ​ບາງສ່ວນ ​ຂອງທະ​ເລ​ຈີນ​ໃຕ້ ທີ່​ມີ​ພື້ນທີ່ 3 ລ້ານ 5 ​ແສນຕາລາງ
​ກິ​ໂລ​ແມັດ ທີ່​ອຸດົມສົມບູນ​ໄປ​ດ້ວຍປູ​ປາ ພ້ອມ​ກັບ​ຄວາມ​ເປັນ​ໄປໄດ້ ທີ່​ອາດ​ມີເຊື້ອ​ໄຟ​
ສຳຮອງ ຢູ່​ໃຕ້​ທະ​ເລ.

ຂ່າວ​ກ່ຽວ​ກັບງົບປະມານທາງ​ທະຫານ​ຂອງ​ຈີນ ມີ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ມື້ຫລັງຈາກ ປະທາ
ນາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ກ່າວ​ວ່າ ສະຫະລັດ ​ເປັນ​ປະ​ເທດມະ
ຫາ​ອຳນາດ​ທີ່​ເຂັ້ມ​ແຂງ​ທີ່ສຸດ​ທາງ​ທະຫານ​ຂອງ​ໂລກຈະ​ເພີ້​ມການ ​ໃຊ້​ຈ່າຍ​ທາງທະ
ຫານຂຶ້ນ 10 ​ເປີ​ເຊັນ ​ໃນ​ຂະນະ​ທີ່​ສະຫະລັດ​ເລີ້ມຍຸຕິ​ການ​ເຮັດ​ສົງຄາມ​ໃນ​ອັຟກາ​ນິນ
​ຖານ ​ແລະອີຣັກ.

ອ່ານຂ່າວນີ້ເພີ້ິມເປັນພາສາອັງກິດ

XS
SM
MD
LG