ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນປົກປ້ອງ ການສົ່ງກັບຄືນ ຊາວວີເກີ້ ຈາກປະເທດໄທ


ບັນດາຜູ້ສົງໄສວ່າ ເປັນຊາວຊົນເຜົ່າວີເກີ້ ແມ່ນໄດ້ຖືກນຳສົ່ງກັບຄືນ ໄປຍັງຄ້າຍກັກຂັງ ຢູ່ໃນເມືອງ ສົງຂາ ທີ່ພາກໃຕ້ ຂອງໄທ ຫຼັງຈາກໄດ້ໄປຢ້ຽມຢາມພວກແມ່ຍິງ ແລະ ເດັກນ້ອຍ ຢູ່ອີກຄ້າຍໜຶ່ງຕ່າງຫາກ, ວັນທີ 26 ມີນາ 2014.
ບັນດາຜູ້ສົງໄສວ່າ ເປັນຊາວຊົນເຜົ່າວີເກີ້ ແມ່ນໄດ້ຖືກນຳສົ່ງກັບຄືນ ໄປຍັງຄ້າຍກັກຂັງ ຢູ່ໃນເມືອງ ສົງຂາ ທີ່ພາກໃຕ້ ຂອງໄທ ຫຼັງຈາກໄດ້ໄປຢ້ຽມຢາມພວກແມ່ຍິງ ແລະ ເດັກນ້ອຍ ຢູ່ອີກຄ້າຍໜຶ່ງຕ່າງຫາກ, ວັນທີ 26 ມີນາ 2014.

ຈີນ​ກ່າວ​ວ່າ ຊາວ​ຊົນ​ເຜົ່າ Uighurs ຈຳນວນ 109 ຄົນ ຜູ້​ທີ່
​ທາງ​ການ​ໄທ​ໄດ້​ເນລະ​ເທດກັບ​ຄືນ​ໄປ​ຈີນ ​ເມື່ອ​ອາທິດ​ແລ້ວ​ນີ້
​ແມ່ນ​ກຳລັງ​ເດີນທາງ​ໄປ​ຍັງ​ປະ​ເທດ ​ເທີ​ກີ, ຊີ​ເຣຍ, ຫຼືອີຣັກ ​
ເພື່ອ​ເຂົ້າຮ່ວມ​ພວກ​ຫົວ​ຮຸນ​ແຮງ​ອິສລາມ.

ປັກ​ກິ່ງ​ ໄດ້ປົກ​ປ້ອງ ການ​ກັບ​ຄືນ​ມາ​ຂອງ​ກຸ່ມ​ດັ່ງກ່າວ ​ໃນ​ວັນ
​ເສົາ​ວານ​ນີ້ ​ໂດຍ​ກ່າວ​ຕອບ​ໂຕ້​ຕໍ່​ການ​ຕຳ​ນິຕິ​ຕຽນສາກົນ​
ໂດຍສະຫະລັດ, ອົງການ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ກຸ່ມ
​ສິດທິ​ມະນຸດ ທີ່​ເປັນອິດ​ສະລະ​ຕ່າງໆ ຜູ້​ທີ່ໄດ້​ສະແດງ​ຄວາມ
​ກັງວົນວ່າ ຊາວວີ​ເກີ້ ອາດ​ຈະ​ໄດ້​ຮັບ​ການ​ຮາວີ​ລົບ​ກວນຢ່າງ​
ຮ້າຍ​ກາດ​ ​ໃນ​ເວລາ​ກັບ​ຄືນໄປ​ຈີນນັ້ນ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານນາງ Hua Chunying ​ເວົ້າວ່າ “​ໃນ​ຂະນະ​ທີ່​
ພວກ​ເຮົາ​ຮູ້ຈັກ​ກັນ​ແລ້ວວ່າ ມັນ​ເປັນການ​ຮັບ​ຮູ້​ໂດຍ​ທົ່ວ​ໄປ ວ່າ​ເປັນ​ອາ​ຊະ​ຍາ​ກຳ ​
ທີ່​ມີການເຂົ້າ​ເມືອງ​ໂດຍ​ຜິດ​ກົດໝາຍ ​ຫຼື ການລັກລອບ​ເອົາຄົນ​ເຂົ້າ-ອອກປະ​ເທດ
​ໂດຍ​ການ​ນຳໃຊ້ໜັງສື​ເດີນທາງ​ປອມ​ແປງ ຊຶ່ງໄດ້ລົບ​ກວນ​ ຢ່າງ​ຮ້າຍ​ແຮງ​ຕໍ່​ກົດ​ລະບຽບຕາມ ປົກກະຕິຂອງ​ສາກົນ ​ໃນ​ການ​ເຂົ້າ-ອອກປະ​ເທດ. ການ​ສົ່ງຊາວ Uighurs ທີ່ຜິດ​ກົດໝາຍ ຊຶ່ງ​ເປັນ​ຜູ້​ຮ້າຍ​ຂ້າມ​ແດນ​ຄືນ​ແກ່​ຈີນ ອິງ​ຕາມ​ສົນທິສັນຍາ​
ສາກົນທີ່​ກ່ຽວຂ້ອງ ​ແລະ ສັນຍາ​ສອງ​ຝ່າຍ​ຕ່າງໆ ​ແມ່ນ​ເປັນ​ການ​ຮ່ວມ​ມື​ລະຫວ່າງ​
ສອງ​ປະ​ເທດ​ຕາມ​ທຳ​ມະ​ດາ ​ໃນ​ການ​ຕໍ່ຕ້ານ​ຄົນ​ເຂົ້າ​ເມືອງ​ ທີ່​ຜິດ​ກົດໝາຍ ​ແລະ
ການ​ລັກລອບ​ຄົນ​ເຂົ້າ​ເມືອງ ພ້ອມ​ກັນນັ້ນ ຍັງ​ເປັນຄວາມ​ຮັບຜິດ​ຊອບ ​ແລະ ພັນທະ​
ຂອງ​ນາໆ​ຊາດອີກ​ດ້ວຍ.”

ລັດຖະມົນຕີ​ຕ່າງປະ​ເທດ​ຈີນ ຍັງ​ໄດ້​ກ່າວ​ວ່າ ຕົນ​ໄດ້​ຍື່ນ​ຄຳຮ້ອງ​ປະ​ທ້ວງ​ ຕໍ່​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ​ການ​ຕຳ​ນິຕິ​ຕຽນ​ຕໍ່ການ​ເນລະ​ເທດດັ່ງກ່າວນັ້ນ.

China Uighurs
please wait
Embed

No media source currently available

0:00 0:02:08 0:00

XS
SM
MD
LG