ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນປະຕິເສດ ຕໍ່ການຮ້ອງຂໍຂອງສະຫະລັດ ໃນການພົບປະລະຫວ່າງບັນດາຫົວໜ້າປ້ອງກັນປະເທດ


ແຟ້ມພາບ - ລັດຖະມົນຕີປ້ອງກັນຊາດຂອງຈີນໃນເວລານັ້ນ,​ ນາຍພົນ ເຫວີຍ ເຟັງຮີ, ຢູ່ກາງດ້ານຂວາມື, ໂອລົມກັບ ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ, ຊ້າຍ, ລະຫວ່າງ the 19th International Institute for Strategic Studies (IISS) Shangri-la Dialogue ຢູ່ສິງກະໂປ, ວັນທີ 11 ມິຖຸນາ 2022
ແຟ້ມພາບ - ລັດຖະມົນຕີປ້ອງກັນຊາດຂອງຈີນໃນເວລານັ້ນ,​ ນາຍພົນ ເຫວີຍ ເຟັງຮີ, ຢູ່ກາງດ້ານຂວາມື, ໂອລົມກັບ ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ, ຊ້າຍ, ລະຫວ່າງ the 19th International Institute for Strategic Studies (IISS) Shangri-la Dialogue ຢູ່ສິງກະໂປ, ວັນທີ 11 ມິຖຸນາ 2022

ສື່​ມວນ​ຊົນ​ຈີນ​ລາຍ​ງານ​ໃນ​ວັນ​ຈັນ​ວານນີ້​ວ່າ ຈີນ​ໄດ້​ປະຕິ​ເສດ ການ​ຮ້ອງ​ຂໍ​ຂອງ​ສະຫະລັດ​ໃນ​ການ​ພົບ​ປະ​ລະຫວ່າງ​ຫົວ​ໜ້າ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງພວກ​ເຂົາ​ເຈົ້າ ​ຢູ່​ກອງປະຊຸມດ້ານ​ຄວາມໝັ້ນຄົງ​ປະຈຳ​ປີ​ ທີ່​ສິງກະ​ໂປ ​ໃນ​ທ້າຍ​ອາທິດ​ນີ້, ​ເຊິ່ງເປັນ​ສັນຍານ​ໃໝ່​ຂອງ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ປະເທດມະຫາ​ອຳນາດ, ອີງຕາມອົງການຂ່າວຣອຍເຕີສ໌.

"ໃນຊ່ວງກາງຄືນ, ສ​ປ ຈີນ ໄດ້ແຈ້ງໃຫ້ສະຫະລັດຮູ້ວ່າພວກເຂົາໄດ້ປະຕິເສດການເຊື້ອເຊີນໃນຕົ້ນເດືອນພຶດສະພາຂອງພວກເຮົາ ທີ່ທ່ານລັດຖະມົນຕີອອສຕິນ (Austin) ຈະພົບກັບ ລັດຖະມົນຕີປ້ອງກັນປະເທດ ຂອງ ສ​ປ ຈີນ ທ່ານ ຫລີ ຊາງຟູ (Li Shangfu) ໃນສິງກະໂປ," ທຳນຽບຫ້າແຈ ກ່າວໃນຖະແຫຼງການຕໍ່ໜັງ​ສື​ພິມ Wall Street Journal, ເຊິ່ງ ກ່າວເຖິງຈີນໂດຍໃຊ້ຊື່ຫຍໍ້ຢ່າງ​ເປັນທາງການ, ສາທາລະນະລັດປະຊາຊົນຈີນ.

ທຳນຽບຫ້າແຈ ໄດ້ກ່າວວ່າ ພວກເຂົາເຊື່ອໃນການສື່ສານແບບເປີດ​ກວ້າງ "ເພື່ອຮັບປະກັນວ່າ ການແຂ່ງຂັນບໍ່ປ່ຽນໄປເປັນຄວາມຂັດແຍ້ງ."

ໃນອາທິດທີ່ຜ່ານມານີ້, ໂຄສົກຂອງທຳນຽບຂາວ ທ່ານຈອນ ເຄີບີ (John Kirby) ໄດ້ກ່າວວ່າ ມີການໂອ້ລົມກັນໂດຍກະຊວງປ້ອງກັນປະເທດ ເພື່ອຫາທາງໂອ້ລົມກັນ ລະຫວ່າງທ່ານລອຍ ອອສຕິນ (Lloyd Austin) ແລະຄູ່ຕຳແໜ່ງຝ່າຍຈີນ, ຜູ້ທີ່ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງປ້ອງກັນປະເທດໃນເດືອນມີນາ.

ໂອກາດໃນ​ການ​ພົບ​ປະ​ກັນ ລະຫວ່າງ​ພວກ​ເຂົາ​ເຈົ້າ ກຳລັງຖືກ​ຕິດຕາມ​ເບິ່ງ​ຢ່າງ​ໃກ້​ຊິດ ​ຍ້ອນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ​ແລະ​ຂໍ້​ຂັດ​ແຍ່ງ​ທາງ​ການ​ຄ້າ​ ທີ່​ເຮັດ​ໃຫ້​ແຜນການ​ພົວ​ພັນ​ຄືນ​ໃໝ່​ຂອງ​ສອງ​ປະ​ເທດ​ເສດຖະກິດ​ໃຫຍ່​ທີ່ສຸດໃນໂລກຕົກ​ຢູ່​ໃນ​ສະ​ພາບບໍ່ໄປບໍ່ມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG