ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະນາຄານຈີນປັບອັດຕາການແລກປ່ຽນເງິນຢວນໃຫມ່


ທະນາຄານປະຊາຊົນຂອງຈີນປັບອັດຕາການແລກປ່ຽນເງິນຢວນໃຫມ່
ທະນາຄານປະຊາຊົນຂອງຈີນປັບອັດຕາການແລກປ່ຽນເງິນຢວນໃຫມ່

ທະນາຄານກາງຂອງຈີນ ໄດ້ຕັ້ງອັດຕາຊື້ຂາຍເງິນ
ທີ່ຂ້ອນຂ້າງເຂັ້ມແຂງ ໃນວັນອັງຄານມື້ນີ້ ເພື່ອໃຫ້ເປັນ
ການສອດຄ່ອງກັບການໃຫ້ຄຳໝັ້ນສັນຍາຂອງ ປັກກິ່ງ
ເມື່ອໄວໆມານີ້ ທີ່ຈະປ່ອຍໃຫ້ເງິນຢວນມີເສລີຫຼາຍຂຶ້ນ
ໃນການແລກປ່ຽນ ກັບເງິນໂດລາຂອງສະຫະລັດ.

ທະນາຄານປະຊາຊົນຂອງຈີນ ໄດ້ຕັ້ງອັດຕາການແລກປ່ຽນ
ກ່ຽວກັບການ ຊື້ຂາຍທີ່ເປັນທາງການ 0.43 ເປີເຊັນ
ແຂງກວ່າອັດຕາຂອງມື້ວັນຈັນວານນີ້.

ສ່ວນດັດຊະນີຕະຫຼາດຫຼັກຊັບແລະຕະຫຼາດຮຸ້ນໄດ້ຖີບໂຕ
ສູງຂຶ້ນຢູ່ຫຼາຍໆບ່ອນຂອງຕະຫຼາດໂລກ ຫຼັງຈາກຈີນໃຫ້ຄຳໝັ້ນສັນຍາວ່າ ຈະປ່ອຍໃຫ້
ເງິນຕາຂອງຕົນ ຂຶ້ນໆລົງໆໄດ້ຫຼາຍຂຶ້ນ ໃນການຊື້ຂາຍກັນນັ້ນ.

ໃນອັດຕາການແລກປ່ຽນມື້ວານນີ້ ແມ່ນປະມານ 6.8 ຢວນຕໍ່ 1 ໂດລາ ຂຶ້ນເກືອບ
4 ສ່ວນ 10 ຂອງນຶ່ງເປີເຊັນ ຈາກອັດຕາໃນຕອນປິດຕະຫຼາດຂອງ ມື້ວັນສຸກແລ້ວ
ແລະເປັນລະດັບສູງທີ່ສຸດ ໃນຮອບຫຼາຍໆປີ. ເປັນທີ່ຄາດກັນວ່າ ປັກກິ່ງຈະຈຳກັດ
ຂອບເຂດໃນການຊື້ຂາຍເງິນຕາໃນແຕ່ລະມື້ ແລະປ້ອງກັນບໍ່ໃຫ້ມີການຂຶ້ນໆລົງໆ
ຂະໜາດໃຫຍ່ແລະຢ່າງວ່ອງໄວນັ້ນ.

XS
SM
MD
LG