ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໓ ເມສາ ໒໐໒໖

ຄ່າເງິນຢວນຈີນ ຖີບໂຕ ສູງຂຶ້ນອີກ

ຄ່າເງິນຢວນ ຂອງຈີນ ຖີບໂຕຂຶ້ນ ສູ່ລະດັບສູງສຸດ ໃນຮອບຫຼາຍໆປີ ຫຼັງຈາກປັກກິ່ງ ໄດ້ໃຫ້ຄຳໝັ້ນສັນຍາ ເມື່ອໄວໆມານີ້ວ່າ ຈະປ່ອຍໃຫ້ ມີການແລກປ່ຽນ ເງິນຢວນ ແບບເສລີຫຼາຍຂຶ້ນ ກັບເງິນໂດລາ ຂອງສະຫະລັດ.

ທະນາຄານ ປະຊາຊົນຈີນ ໄດ້ຕັ້ງອັດຕາ ແລກປ່ຽນເງິນຢວນໄວ້ 6.789 ຢວນ ຕໍ່ 1 ໂດລາ ຂອງສະຫະລັດ ມີຄ່າເພີ້ມຂຶ້ນ 0.3% ຈາກມື້ວັນພະຫັດວານນີ້.

ປັກກິ່ງ ໄດ້ປະກາດ ໃນສັບປະດາແລ້ວນີ້ວ່າ ຕົນຈະປ່ອຍໃຫ້ ເງິນຢວນ ຂຶ້ນໆລົງໆ ຕາມລາຄາຕະຫຼາດ ຊຶ່ງເຮັດໃຫ້ ການຕັ້ງອັດຕາແລກປ່ຽນ ແບບຕາຍໂຕ ກັບເງິນໂດລາ ຂອງສະຫະລັດ 6.8 ຢວນ ຕໍ່ 1 ໂດລາ ທີ່ມີມາ ເປັນເວລາ 2 ປີນັ້ນ ສິ້ນສຸດລົງ. ລັດຖະບານຈີນ ໄດ້ຮັບຄວາມກົດດັນ ເພີ້ມຂຶ້ນ ຈາກສະຫະລັດ ແລະຄູ່ການຄ້າ ຕ່າງປະເທດອື່ນໆ.

ວໍຊິງຕັນ ໄດ້ຈົ່ມມາ ເປັນເວລາດົນນານ ແລ້ວວ່າ ການແລກປ່ຽນ ຕໍ່າກວ່າຄ່າທີ່ແທ້ຈິງ ຂອງເງິນຢວນນັ້ນ ອຳນວຍໃຫ້ຈີນ ໄດ້ປຽບແບບບໍ່ຍຸຕິທຳ ຢູ່ໃນຕະຫຼາດໂລກ ແລະເຮັດໃຫ້ ພວກຄົນງານ ອະເມຣິກັນ ສູນເສຍວຽກເຮັດງານທຳ.

This item is part of
XS
SM
MD
LG