ສື່ມວນຊົນຂອງທາງການຈີນໃຫ້ສັນຍານກ່ຽວກັບຄວາມສົນໃຈ ໃນການຈະປະໃຫ້ຄ່າ
ເງິນຢວນຂອງຈີນເພີ່ມຂຶ້ນໄວກວ່າເກົ່າ ໃນການແລກປ່ຽນກັບເງິນໂດລາສະຫະລັດ.
ບົດບັນນາທິການໃນໜ້າປົກຂອງວາຣະສານ China Securities ທີ່ລັດຖະບານຄວບຄຸມ
ກ່າວໃນວັນອັງຄານມື້ນີ້ວ່າ ເວລາແມ່ນເໝາະສົມສໍາລັບກຸງປັກກິ່ງ ເພື່ອຂະຫຍາຍຂອບ
ເຂດ ໃນການຄ້າຂາຍເງິນຢວນຂອງຕົນ ສຳລັບຊ່ອຍຕໍ່ສູ້ກັບບັນຫາເງິນເຟີ້.
ໃນຂະນະດຽວກັນ ໜັງສືພິມ China Daily ຊຶ່ງມີຜູ້ຄົນອ່ານຢ່າງກວ້າງຂວາງນັ້ນ ອ້າງຄໍາ
ເວົ້າຂອງນັກວິເຄາະຄົນນຶ່ງວ່າ ບັນຫາໜີ້ສິນຂອງສະຫະລັດໃນຫວ່າງໄວໆມານີ້ ສະແດງ
ໃຫ້ເຫັນວ່າຈີນບໍ່ມີທາງເລືອກໃດໆແຕ່ຕ້ອງສ້າງຄວາມກໍ້າເກິ່ງຫຼືເຮັດໃຫ້ເສດຖະກິດຂອງຕົນ
ມີຄວາມສົມດູນຄືນແລະປະຕິຮູບກົດລະບຽບໃນດ້ານເງິນຕາຂອງຕົນເພື່ອເຮັດໃຫ້ການສະ
ສົມເງິນໂດລາສະຫະລັດໄວ້ເປັນເງິນສໍາຮອງຂອງຕົນຊ້າລົງ.
ບົດຄວາມຕ່າງໆເຫລົ່ານີ້ມີຂຶ້ນກ່ອນການຢ້ຽມຢາມຈີນຂອງທ່ານ Joe Biden ຮອງປະ
ທານາທິບໍດີສະຫະລັດ ຊຶ່ງຄາດກັນວ່າເລື້ອງເສດຖະກິດຈະເປັນເລື້ອງສໍາຄັນທີ່ຈະຍົກຂຶ້ນ
ມາໂອ້ລົມສົນທະນາກັນນັ້ນ.
ສະຫະລັດແລະປະເທດອື່ນໆກ່າວວ່າ ຄ່າເງິນຕາຂອງຈີນແມ່ນຕີລາຄາຕໍ່າໂພດ ຊຶ່ງເຮັດ
ໃຫ້ຈີນໄດ້ປຽບໃນດ້ານການຄ້າ ໂດຍເຮັດໃຫ້ລາຄາສິນຄ້າຂອງຕົນໃນຕ່າງປະເທດຖືກ
ກວ່າ. ຈີນໄດ້ປ່ອຍໃຫ້ຄ່າເງິນຢວນຂອງຕົນສູງຂຶ້ນປະມານ 7 ເປີເຊັນນັບແຕ່ເດືອນມິຖຸ
ນາປີ 2010 ເປັນຕົ້ນມາ ແລະໂຕ້ແຍ້ງວ່າ ຄ່າເງິນຢວນທີ່ສູງຂຶ້ນຢ່າງໄວນັ້ນຈະລົບກວນ
ຕໍ່ການເສດຖະກິດຂອງຕົນ.