ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເຕືອນສະຫະລັດ ເລື້ອງເງິນຢວນ


ຢວນ ເງິນຕາຂອງຈີນ
ຢວນ ເງິນຕາຂອງຈີນ

ຈີນກ່າວວ່າການກົດດັນຂອງສະມາຊິກລັດຖະສະພາສະຫະ
ລັດທີ່ຈະບີບບັງຄັບໃຫ້ຈີນຕັ້ງຄ່າເງິນຕາຂອງຕົນໃໝ່ນັ້ນ
ຈະມີຜົນກະທົບຢ່າງຮ້າຍແຮງຕໍ່ຄວາມສຳພັນສອງຝ່າຍ.

ຄວາມເຫັນດັ່ງກ່າວ​ແມ່​ນອອກ​ມາ​ຈາກທ່ານນາງ Jiang
Yu ໂຄສົກກະຊວງ ການຕ່າງປະເທດຈີນໃນວັນພະຫັດ ມື້ນີ້ ໃນການສະແດງປະຕິກິລິຍາຕອບຕໍ່ຮ່າງກົດໝາຍທີ່
ສະພາຕໍ່າ​ໄດ້​ຮັບ​ຜ່ານ​ເອົາໃນມື້ວານນີ້ ທີ່ອະນຸມັດໃຫ້ມີ
ການເກັບພາສີຕໍ່ຜະລິດຕະພັນຕ່າງໆ ທີ່​ມາຈາກບັນດາ
ປະເທດທີ່ຕັ້ງຄ່າເງິນຕາຂອງຕົນຕໍ່າກວ່າສະພາບ​ໂຕຈິງ ໃນ​ທ້ອງ​ຕະຫລາດ.

ກ່ອນ​ໜ້ານັ້ນໃນເຊົ້າ​ມື້​ນີ້ ໂຄສົກກະຊວງການຄ້າຂອງຈີນ ທ່ານ Yao Jin ກໍໄດ້ອອກຖະແຫຼງຂ່າວສະບັບນຶ່ງ ເອີ້ນ ຮ່າງກົດໝາຍດັ່ງກ່າວວ່າ ບໍ່ສອດຄ່ອງກັບລະບຽບການທີ່ ກ່ຽວຂ້ອງ ຂອງອົງການໆຄ້າໂລກ.

ບັນດາສະມາຊິກລັດຖະສະພາແລະທຸລະກິດຂອງສະຫະລັດໄດ້ກ່າວຫາປັກກິ່ງວ່າຮັກສາຄ່າ
ເງິນຢວນຂອງຕົນ ຕໍ່າກວ່າສະພາບຄວາມເປັນຈິງ ຊຶ່ງເຮັດໃຫ້ສິນຄ້າຈີນໄດ້ປຽບໃນເລື່ອງ ລາຄາຢູ່ໃນຕະຫຼາດໂລກ. ເຂົາເຈົ້າເວົ້າວ່າ ການຄວບຄຸມຄ່າເງິນຢວນທີ່ວ່ານີ້ ເຮັດໃຫ້ ສະຫະລັດສູນເສຍວຽກງານໃນດ້ານການຜະລິດ ຈຳນວນຫຼາຍລ້ານໜ້າວຽກ.

ສະພາການຄ້າອະເມຣິກັນຢູ່ຈີນ ໄດ້ຮ່ວມສົມທົບກັບປັກກິ່ງ ຄັດຄ້ານຕໍ່ຮ່າງກົດໝາຍສະບັບນີ້.
ກຸ່ມດັ່ງກ່າວໄດ້ອອກຖະແຫຼງຂ່າວສະບັບນຶ່ງ ເວົ້າວ່າ ຮ່າງກົດໝາຍນີ້ຈະບໍ່ສາມາດສ້າງວຽກ ເຮັດງານທໍາ ໃນຈໍານວນທີ່ສໍາຄັນ ຢູ່ໃນສະຫະລັດແຕ່ຢ່າງໃດ ແລະອາດຈະພາໃຫ້ມີການ ສູນເສຍວຽກງານທີ່ພົວພັນກັບການສົ່ງອອກຂອງສະຫະລັດ ກໍເປັນໄດ້.

XS
SM
MD
LG