ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນວ່າຈະບໍ່ມີການປັບອັດຕາ ແລກປ່ຽນຂອງເງິນຢວນ ຢ່າງໃຫຍ່ບາດດຽວ


ອັດຕາແລກປ່ຽນເງິນຢວນຂອງຈີນ
ອັດຕາແລກປ່ຽນເງິນຢວນຂອງຈີນ

ທະນາຄານ​ແຫ່ງ​ຊາດ​ຈີນ​ໄດ້​ຖະແຫຼ​ງຢູ່ໃນ website ຂອງ​ຕົນໃນ​ວັນ​ອາທິດມື້​ນີ້​ວ່າຈະ​ບໍ່​ມີ​ການ​ປັບ​ປ່ຽນ ຢ່າງ​ໃຫຍ່​ຄັ້ງ​ດຽວ ​ໃນອັດຕາ​ແລກປ່ຽນ​ຂອງ ເງິນຕາ​ຂອງ​ຕົນ ​ໂດຍ​ກ່າວ​ຕຶ່ມວ່າ ທາງ​ການຈີນຕ້ອງ​ໄດ້ຄວບ​ຄຸມ​ການ​ຂຶ້ນ​ໆລົງໆ​ຂອງ​ອັດຕາ​ແລກປ່ຽນ​ ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເງິນ​ຢວນ​ໄວ້​.

ຖ້ອຍ​ຖະ​ແຫລ​ງດັ່ງ​ກ່າວ​ນີ້​ມີ​ຂຶ້ນ​ ຫລັງ​ຈາກທາງ​ທະນາຄານ​ໄດ້ປະກາດ​ໃນ​ວັນ​ເສົາວານ​ນີ້​ວ່າຕົນ​ວາງ​ແຜນ​ທີ່ຈະ​ປ່ອຍ​ໃຫ້ອັດຕາ​ແລກປ່ຽນຂອງ​ເງິນຕາຂອງ​ຕົນ​ມີ​ການປັບ​ລາຄາຂຶ້ນ​ລົງໄດ້​ຫລາຍ​ຂຶ້ນ.

ແຕ່ມາ​ວັນ​ອາທິດ​ມື້​ນີ້ ທະນາຄານ​ກາງກັບ​ເວົ້າ​ວ່າ ບໍ່​ມີ​ພື້ນຖານໃດໆ​ທ່ີ​ຈະ​ໃຫ້​ມີ​ການ​ປ່ຽນ​ແປງ​ອັດຕາ​ແລກ ປ່ຽນ​ເງິນ​ຕາ​ຂອງ​ຕົນຢ່າງ​ໃຫຍ່ນັ້ນ. ລັດຖະບານ​ກຸງ​ປັກ​ກິ​ງ​ໄດ້​ຕົກຢູ່​ພາຍ​ໃຕ້​ຄວາມ​ກັດ​ດັນ​ຂອງ​ນາໆ​ຊາດ ເພື່ອ​ໃຫ້​ປ່ອຍ​ໃຫ້ຄ່າ​ຂອງ​ເງິນ​ຢວນແພງ​ຂຶ້ນ​ ເພື່ອ​ຊ່ອຍ​ຫລຸດຜ່ອນຄວາມ​ບໍ່​ກ້ຳ​ເກິ່ງ​ກັນ​ທາງ​ດ້ານ​ເສດຖະກິດ ຂອງ​ໂລກ ຊຶ່ງ​ຮວມທັງ​ການ​ຂາດດຸນ​ການ​ຄ້າ​ຢ່າງ​ຫລວງຫລາຍ​ຂອງ​ສະຫະລັດ​ກັບ​ຈີນ​ນັ້ນ​ນຳ.

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ໄດ້​ສະ​ແດງ​ຄວາມ​ຍິນ​ດີນຳ​ຄຳ​ປະກາດ​ຂອງ​ຈີນ​ໃນ​ວັນ​ເສົາ​ວານ​ນີ້ ​ໂດຍ​ເອີ້ນ​ການ​ຕັດສິນ​ໃຈ​ຂອງ​ຈີນ​ວ່າ​ເປັນ​ບາດກ້າວ​ອັນ​ນຶ່ງ​ໃນ​ທາງ​ສ້າງສັນ​ທີ່ຈະ​ຊ່ອຍ​ປົກ​ປ້ອງ​ການ​ຟື້ນໂຕ​ຄືນ​ຂອງເສດຖະກິດ​ໂລກ​. ພວກ​ຜູ້ນຳ​ປະ​ເທດ​ອື່ນໆ​ ແລະ​ກອງ​ທຶນ​ສາກົນ​ຫລື IMF ກໍໄດ້ສະ​ແດງ​ຄວາມຍິນ​ດີ​ນຳ​ການ​ເຄື່ອນ​ໄຫວ​ຂອງ​ຈີນ​ເຊັ່ນ​ກັນ ຊຶ່ງ​ອາດ​ສາມາດ​ປ່ອຍໃຫ້ເງິນ​ຢວນມີຄ່າ​ສູງ​ຂຶ້ນ​ໄດ້ ຫລັງ​ຈາກ​ຖືກ​ຄວບ​ຄຸມ​ໃຫ້​ຢູ່​ໃນ​ອັດຕາ​ແລກ ປ່ຽນ​ປະມານ 6.8 ຢວນ ຕໍ່ 1 ດອນ​ລາ​ສະຫະລັດ​ ມາ​ເປັນ​ເວລາ​ເກືອບ 2 ປີ.

XS
SM
MD
LG