ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຕັ້ງ ຄະນະກໍາມະການ ຮັກສາ ຄວາມປອດໄພ ແຫ່ງຊາດ


ປະທານປະເທດຈີນ ທ່ານ Xi Jinping ຢືນຕ້ອນຮັບຢູ່ພິທີ່ ສາລາ ປະຊາຊົນ ປະເທດຈີນ
ປະທານປະເທດຈີນ ທ່ານ Xi Jinping ຢືນຕ້ອນຮັບຢູ່ພິທີ່ ສາລາ ປະຊາຊົນ ປະເທດຈີນ
ການ​ຕັດສິນ​ໃຈ​ຂອງ​ຈີນ ກໍ່​ຕັ້ງ​ຄະນະ​ກໍາມະການ ຮັກສາ​ຄວາມ​
ປອດ​ໄພ ​ແຫ່ງ ຊາດ​ ​ເພື່ອຄຸ້ມ​ຄອງ​ດູ​ແລ​ອົງການ​ຮັກສາ​ຄວາມ
ປອດ​ໄພຕ່າງໆທີ່​ມີ​ກັນ​ຢ່າງ​ຫຼວງ ຫຼາຍນັ້ນ ປາກົດ​ວ່າ ສະທ້ອນ
​ໃຫ້​ເຫັນ​ເຖິງ​ຄວາມ​ປາດ​ຖະໜາ​ຂອງກຸງ​ປັກ​ກິ່ງທີ່​ຈະ​ປະຕິບັດ​
ງານ​ໃຫ້​ດີ​ຂື້ນ ​ໃນ​ການ​ຮັບ​ມືກັບບັນຫາ​ພາຍໃນ​ປະ​ເທດ ​ແລະ
​ການ​ທ້າ​ທາຍ​ຂອງ​ຕ່າງປະ​ເທດ.

ຢູ່​ໃນ​ຖະ​ແຫຼງການ​ທີ່​ນຳ​ອອກ​ເຜີຍ​ແຜ່ໃນ​ວັນ​ອັງຄານຜ່ານ​ມາ
ພັກຄອມ​ມິ​ວນິສທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ ​ໄດ້​ສີ້​ນສຸດ
​ ການ​ປະຊຸມກ່ຽວ​ກັບ​ດ້ານ​ນະ​ໂຍບາຍ​ເປັນ​ເວລາ​ສີ່​ມື້ ​ໂດ​ຍ
ກ່າວ​ວ່າ ຕົນ​ຈະ​ຕັ້ງຄະນະ​ກໍາ​ມະ​ການ​ຮັກສາ​ຄວາມ​ປອດ​ໄພ
ແຫ່ງ​ຊາດ ​ເປັນ​ເທຶ່ອທໍາ​ອິດ ​ເພື່ອ​ຈະ “​ປັບປຸງ​ໃຫ້​ ລະ​ບົບ​ຮັກ
ສາ​ຄວາມ​ປອດ​ໄພ ແຫ່ງ​ຊາດ ​ແລະ​ຍຸດ​ທະ​ສາດ ດີ​ເລີດ.”

​ໂຄສົກ ກະຊວງ​ການ​ຕ່າງປະເທດ ຈີນ ທ່ານ Qin Gang ​ໄດ້
​ບັນ​ລະ​ຍາຍ​ກ່ຽວ​ກັບ​ເລື້ອງ​ດັ່ງກ່າວ​ໃນ​ວັນ​ພຸດ​ວານ​ນີ້ວ່າ ຄະນະ​
ກໍາມະການ​ຈະຮັບ​ມືກັບ “ທຸກໆກໍາ ລັງ​ ​ທີ່​ພະຍາຍາມນາບ​ຂູ່​ຕໍ່​
ຄວາມ​ປອດ​ໄພ​ຂອງ​ຈີນ” ​ແລະ​ເຮັດ​ໃຫ້​ເຂົ້າ​ເຈົ້າ “ຢ້ານ​ກົວ.” ທ່ານກ່າວ​ວ່າ ບັນດາ​ກໍາລັງ
​ດັ່ງ​ກ່າວ ​ຮວມ​ທັງ “ພວກ​ກໍ່​ການ​ຮ້າຍ” “​ພວກ​ແບ່ງ​ແຍກດິນ​ແດນ” ​ແລະ​ພວກ​ຫົວ​ຮຸນ​ແຮງ
​ຈັດ.”

ທ່ານ Ken Dewoskin ຫົວໜ້າ​ບໍລິສັດຄຸ້ມ​ຄອງ​ຄວາມ​ສ່ຽງ Deloitte ສາຂາ​ປະ​ເທດຈີນ
​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ການ​ປະກາດດັ່ງກ່າວ​ນີ້ໄດ້ສະ​ແດງ​ໃຫ້ເຫັນວ່າ “ປັກ​ກິ່ງ​ແມ່ນ​ໄດ້​ເພັ່ງ
​ເລັງຢ່າງ​ເຕັມທີ່” ​ໃສ່​ການປັບປຸງ​ໃຫ້​ດີ​ຂື້ນ ໃນ​ການ​ຮັບ​ມື​ກັບ​ຄວາມ​ບໍ່​ສະ​ງົບ​ຫວ່າງ​ມໍ່ໆ​ມາ​ນີ້.

​ເຫດ​ຮ້າຍຢູ່່​ທີ່ຈະ​ຕຸລັດ Tianamen ​ໃນ​ວັນ​ທີ 28 ​ຕຸລາຜ່ານ​ມາໂດຍພວກຜູ້​ຊາຍຊົນ​ກຸ່ມ
ນ້ອຍ​ເຜົ່າ Uighur ສາມ​ຄົນຈາກເຂດ​ປົກຄອງ​ຕົນ​ເອງ​ Xinjiang ​ໃ​ຈພາກ​ຕາ​ເວັນຕົກ​ຂອງ
​ຈີນ ​ທີ່ໄດ້​ຂັບ​ລົດ​ແລ່ນ​ເຂົ້າ​ປະຕູ​ເມືອງຕ້ອງຫ້າມ ​ແລະ​ຈູດ​ໄຟ​ເຜົາ​ລົດເຮັດ​ໃຫ້​ເຂົາ​ເຈົ້າ​ແລະ​
ອີກ​ສອງ​ຄົນ​ທີ່ຢ່າງ​ຕາມ​ຖະໜົນ​ເສຍ​ຊີວິດ.

ຖະ​ແຫລ​ງຂ່າວ​ທີ່​ເປັນ​ທາງ​ການຂອງ​ ພັກ​ຄອ​ມມິ​ວນິສ ຍັງ​ໄດ້ກ່າວ​ເຖິງ​ຄວາມ​ເປັນ​ໄປ​ໄດ້​
ທີ່​ວ່າ​ ຄະນະ​ກຳມະການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ໃໝ່​ນີ້ ຈະ​ພະ​ຍາ​ຍາມ​ປັບປຸງ
ການ​ຮັບ​ມື​ກັບບັນຫາ​ຄວາມ​ປອດ​ໄພ​ຕ່າງປະ​ເທດ ​ເຊັ່ນ​ວ່າ ບັນຫາ​ຂັດແຍ້ງ ທາງ​ທະ​ເລ​
ເປັນຕົ້ນ.

ກ່ຽວຂ້ອງກັນ

XS
SM
MD
LG