ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກນ້ອຍນັກຮຽນ 20 ຄົນເສຍຊີວິດ ໃນອຸບັດຕິເຫດລົດເມ ທີ່ຈີນ


ລົດເມໂຮງຮຽນຈີນຄັນນຶ່ງ ທີ່ບັນທຸກເດັກນັກຮຽນຈີນ ເກີນອັດຕາ.
ລົດເມໂຮງຮຽນຈີນຄັນນຶ່ງ ທີ່ບັນທຸກເດັກນັກຮຽນຈີນ ເກີນອັດຕາ.

ຢ່າງໜ້ອຍມີ 20 ຄົນເສຍຊີວິດ ໃນອຸບັດຕິເຫດລົດເມ​ໂຮງຮຽນຕໍາກັນກັບລົດບັນທຸກ
ໃນວັນພຸດວານນີ້ ຢູ່​ໃນ​ພາກຕາເວັນຕົກສຽງເໜືອຂອງຈີນ.

ພວກເຈົ້າໜ້າທີ່ກ່າວວ່າ ລົດເມນ້ອຍຄັນນຶ່ງ ທີ່ໄດ້ບັນຈຸຄົນເກີນອັດຕາ ໂດຍທີ່ມີເດັກນ້ອຍ
ຫລາຍກວ່າ 60 ຄົນ ແລະຜູ້ໃຫຍ່ 2 ຄົນຢູ່ເທິງລົດ ໄດ້ຕໍາກັນກັບລົດຂົນສົ່ງຖ່ານຫີນຢູ່
ໃນເມືອງຊິນຢາງ ແຂວງການຊູ (Gansu).

ອົງການຂ່າວຊິນຫົວຂອງລັດຖະບານຈີນ ໄດ້ລາຍງານຂ່າວອ້າງ​ຄໍາາເວົ້າຂອງຫ້ອງການ
ວ່າດ້ວຍຄວາມປອດໄພໃນທ້ອງຖິ່ນ ທີ່​ກ່າວວ່າມີນັກຮຽນ 5 ຄົນ ເສຍຊີວິດກັບທີ່ ໃນຂະ
ນະທີ່ອີກ 15 ຄົນ ຊຶ່ງລວມທັງນາຍຄູຂອງພວກເຂົາເຈົ້າໄດ້ຖືກຢືນຢັນວ່າ ເສຍຊີວິດ ໃນ
ຕອນບ່າຍຂອງວັນດຽວກັນ.

ນອກນັ້ນ ລາຍງານຂ່າວຍັງເວົ້າຕື່ມອີກວ່າ ມີເດັກນ້ອຍ 44 ຄົນ ໄດ້ຮັບບາດເຈັບຢູ່ໃນອຸ
ບັດຕິເຫດດັ່ງກ່າວ ແລະໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍ ຊຶ່ງໃນຈໍານວນນັ້ນ 12 ຄົນ ມີ​ອາ
ການບາດເຈັບສາຫັດ.

ອົງການຂ່າວຊິນຫົວຍັງໄດ້ລາຍງານຕື່ມອີກວ່າ ຫ້ອງການວ່າດ້ວຍຄວາມປອດໄພໄດ້ຖິ້ມ
ໂທດ​ໃສ່ລົດເມ​ໂຮງຮຽນ​ວ່າ ບັນຈຸຄົນຫລາຍເກີນໄປ ໂດຍກ່າວ​ຢູ່​ໃນ​ຄໍາ​ຖະ​ແຫລ​ງສະບັບ
ນຶ່ງ​ວ່າ ລົດເມ 9 ບ່ອນນັ່ງຄັນ​ນັ້ນ ມີຄົນຂີ່ຢູ່ 64 ຄົນໃນເວລາທີ່ເກີດອຸບັດຕິເຫດ.

ອຸບັດຕິເຫດບົນທ້ອງຖະໜົນມັກເກີດຂຶ້ນ​ເລື້ອຍໆຢູ່ຈີນ ຊຶ່ງສ່ວນໃຫຍ່ມີສາເຫດມາຈາກ
ການບັງຄັບໃຊ້ກົດລະບຽບດ້ານຄວາມປອດໄພບໍ່ໄດ້ດີ.

XS
SM
MD
LG