ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານຈີນ ຕັດສິນໂທດ ປະຫານຊີວິດ ອະດີິດ ນັກທຸລະກິດ ບໍ່ແຮ່ ທີ່ລ້ຳລວຍ


ທ່ານ Liu Han ອະດີດນັກທຸລະກິດບໍ່ແຮ່ທີ່ລ້ຳລວຍ
ທ່ານ Liu Han ອະດີດນັກທຸລະກິດບໍ່ແຮ່ທີ່ລ້ຳລວຍ
ສານແຫ່ງນຶ່ງຂອງຈີນ ໄດ້ພົບເຫັນວ່າ ອະດີດນັກທຸລະກິດທີ່ລ້ຳ
ລວຍແລະມີອິດທິພົນດ້ານບໍ່ແຮ່ຄົນນຶ່ງ ມີຄວາມຜິດໃນຖານຂ້າ ຄົນຕາຍແລະໄດ້ຕັດສິນໂທດປະຫານຊີວິດຜູ້ກ່ຽວ.

ສານປະຊາຊົນຊັ້ນກາງ ທີ່ເມືອງ Xianning ແຂວງ Hubei ໃນ
ເຂດພາກກາງຂອງຈີນ ໄດ້ປະກາດໃນວັນສຸກມື້ນີ້ວ່າ ທ່ານ Liu
Han ແລະທ່ານ Liu Wei ຜູ້ເປັນນ້ອງຊາຍມີຄວາມຜິດໃນຖານ ເປັນຜູ້ຈັດຕັ້ງແລະນຳພາ ກຸ່ມອັນທະພານ ແບບມາເຟຍທີ່ມີສະ
ມາຊິກ 36 ຄົນຊຶ່ງເປັນຜູ້ຮັບຜິດຊອບຕໍ່ການເສຍຊີວິດຂອງຢ່າງ
ໜ້ອຍ 8 ຄົນ.

ສອງອ້າຍນ້ອງ ພ້ອມດ້ວຍຈຳເລີຍອີກ 34 ຄົນ ໄດ້ຖືກກ່າວຫາ ກ່ຽວກັບການກໍ່ອາຊະຍາກຳ ຕ່າງໆຮວມທັງເປັນຜູ້ນຳພາແລະເຂົ້າຮ່ວມໃນການກະທຳຄວາມຜິດ ແລະຂ້າຄົນໂດຍເຈດ ຕະນາ.

ນອກນັ້ນແລ້ວຍັງຄິດກັນວ່າ ກຸ່ມດັ່ງກ່າວຍັງໃຫ້ການສະໜັບສະໜຸນຕໍ່ການສ້າງຄວາມສຳ ພັນກັບພວກນັກທຸລະກິດແລະພວກນັກການເມືອງອະວຸໂສ ໃນແຂວງ ສີສວນນຳດ້ວຍ.
XS
SM
MD
LG